Ad

Ad

11 June 2014

ສະພາບຂີ້ລັກງັດແງະຍັງເກີດຂຶ້ນຫຼາຍ



               ປັດຈຸບັນນີ້ ສະພາບລັກຊັບ, ງັດແງະຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນຫຼາຍສົ່ງຜົນໃຫ້ການຈັດຕັ້ງປະ ຕິບັດຄຳຂັວນ ສ. ສະຫງົບ ພົບຄວາມຫຍຸ້ງຍາກ ເຖີງແມ່ນວ່າໃນໄລຍະຜ່ານມາ ທາງອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມີການຄວາມ ພະຍາຍາມສູງໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມຍັງບໍ່ທັນມີຄວາມສະຫງົບຄື: ໃນສະ ເພາະ 3 ເດືອນຜ່ານມາ ຢູ່ນະຄອນຫຼວງວຽງຈັນມີສະພາບປະກົດການຫຍໍ້ທໍ້ ເກີດຂຶ້ນ 500 ກວ່າເລື່ອງ, ເຈົ້າໜ້າທີ່ແກ້ໄຂ ໄດ້ 200 ກວ່າເລື່ອງ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 100 ກວ່າ ເລື່ອງ, ສົ່ງຜົນເຮັດໃຫ້ມີລົດຈັກເສຍ 100 ກວ່າ ຄັນ ແລະ ຫຼ້າສຸດ ເມື່ອວັນທີ 9 ມິຖຸນານີ້ ຄົນຮ້າຍໄດ້ເຂົ້າໄປງັດແງະຫ້ອງການບໍລິຫານພະແນກພາກພື້ນດິນການບິນພົນລະ ເຮືອນທີ່ສະໜາມບິນສາກົນວັດໄຕ, ໄດ້ເງິນໄປກວ່າ 1 ລ້ານກີບ ແລະ ໂທລະສັບ 3 ໜ່ວຍ ຊຶ່ງປັດຈຸບັນທາງເຈົ້າໜ້າ ທີ່ກຳລັງ ເລັ່ງສືບສວນ-ສອບສວນນຳຈັບຕົວຄົນຮ້າຍມາດຳເນີນຄະດີໃຫ້ໄດ້ໂດຍໄວ.
            ເຈົ້າໜ້າທີ່ໃຫ້ທັດສະນະວ່າ: ບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນສ່ວນໜຶ່ງກໍເນື່ອງມາຈາກການຂາດສະຕິເປັນເຈົ້າ ການຮັກສາຊັບສິນຂອງພົນລະເມືອງ ແລະ ມີໜໍ່ແໜງມາຈາກບັນຫາຢາເສບຕິດຂອງຊາວໜຸ່ມ ແລະ ກຸ່ມຄົນທີ່ບໍ່ມີວຽກເຮັດ ງານທຳ .

No comments:

Post a Comment