ເຈົ້າໜ້າທີ່ ປກສ ເມືອງ ໄຊທານີນະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບ ແຈ້ງຈາກຜູ້ຕົກເປັນເຫຍື່ອຫລາຍລາຍ ວ່າມີກຸ່ມຄົນຈຳນວນໜຶ່ງແອບ
ອ້າງເປັນເຈົ້າໜ້າ ທີ່ຕຳຫລວດ ເຄື່ອນໄຫວນາບຂູ່, ສໍ້ໂກງເອົາ ຊັບພົນລະເມືອງທັງຢູ່ນະຄອນ ຫລວງວຽງ ຈັນ
ແລະ ຕ່າງ ແຂວງເຈົ້າໜ້າທີ່ຈຶ່ງໄດ້ວາງ ແຜນຕິດຕາມຈັບກຸມຂະບວນ ການດັ່ງກ່າວ ແລະ ສາມາດກັກ
ຕົວໄດ້ ໃນຕົ້ນເດືອນມິຖຸນາຜ່ານມານີ້ ປະກອບມີ ທ້າວ ສາຍຄຳ ຫລື ແອ ອາຍຸ 54 ປີ ຢູ່ບ້ານນາ,
ທ້າວ ໄກ່ແກ້ວ ອາຍຸ 36 ປີ ບ້ານ ຈະເລີນໄຊ ເມືອງໄຊທານີ ແລະ ທ້າວ ໜູແດງ ອາຍຸ 43 ປີ ຢູ່ບ້ານ
ຈອມມະນີກາງ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ເຊິ່ງພວກກ່ຽວຮັບສາລະພາບວ່າ:
ໄດ້ພາ ກັນເຄື່ອນໄຫວນາບຂູ່, ສໍ້ໂກງຊັບພົນ ລະເມືອງ ມາແຕ່ປີ 2009 ດ້ວຍຫລາຍຮູບການນັບແຕ່ການປອມ ແປງເອ ກະສານ
ແລະ ກາຈ້ຳຕ່າງໆຂອງຂັ້ນເທິງ, ແອບອ້າງ ເປັນເຈົ້າໜ້າທີ່ຈະລາຈອນ, ເຈົ້າໜ້າທີ່ສືບສວນ ແລະ
ອື່ນໆ ເຊິ່ງມີ ຜູ້ຕົກເປັນ
ເຫຍື່ອແລ້ວຫຼາຍລາຍທັງຢູ່ນະຄອນຫລວງວຽງ ຈັນ ແລະ ຕ່າງແຂວງໂດຍຫລ້າສຸດພວກກ່ຽວໄດ້ຕົວເປັນຕຳ ຫລວດຊັ້ນ ພັນໂທສັງກັດຢູ່ກອງບັນຊາການ
ປກສ ເມືອງທຸລະ ຄົມເພື່ອຫລອກເອົາເງິນຈາກຍິງ ຄົນໜຶ່ງຢູ່ເຂດບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ
ໃນຈຳນວນ 20 ລ້ານກີບ ເພື່ອແລ່ນເອົາລູກຊາຍຂອງລາວທີ່ພວມຖືກດຳເນີນຄະດີຢູ່ ເພື່ອໃຫ້ພົ້ນໂທດ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ສຳລັບ ທ້າວ ສາຍຄຳ ໃນປີ
1980 ເຄີຍ ເປັນພະນັກງານຢູ່ກົມຕຳຫລວດຈະລາຈອນ ແລະ ຕົກມາ ຮອດປີ 1989 ໄດ້ອອກຈາກລັດສະການ
ແລະ ໃນທີ່ສຸດກໍມາເປັນໂຈນເຄື່ອນໄຫວໃນສິ່ງທີ່ຜິດກົດໝາຍດັ່ງກ່າວ.
No comments:
Post a Comment