Ad

Ad

10 June 2014

ຫລາຍຫົວໜ່ວຍທຸລະກິດຂອງລາວເຂົ້າຮ່ວມວາງສະແດງສິນຄ້າຢູ່ຄຸນໝິງ ສປ ຈີນ



     ມະຫະກຳວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 2 ແລະ ງານວາງສະແດງສິນ ຄ້າຄຸນໝິງ ຄັ້ງທີ 2 ໄດ້ໄຂຂຶ້ນຢ່າງເປັນທາງ ການໃນວັນທີ 6 ມິຖຸນານີ້ ໂດຍການ ເປັນປະທານເປີດພິທີຂອງ ທ່ານ ຫວາງ ຢາງ (Wang Yang) ຮອງນາຍົກລັດຖະ ມົນ ຕີແຫ່ງ ສປ ຈີນ, ສ່ວນຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີ ເປີດງານດັ່ງກ່າວ ນຳໂດຍທ່ານ ສົມສະຫວາດ ເລັ່ງ ສະຫວັດ ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດພ້ອມນີ້, ກໍມີບັນດາຜູ້ນຳຈາກປະເທດເນປານ, ບັງກາລາເດສ, ບູ ຖານ, ອິນເດຍ, ປາກິດສະຖານ, ສີລັງກາ, ມຽນມາ, ກຳປູເຈຍ, ໄທ ແລະ ອື່ນໆເຂົ້າຮ່ວມ.
     ງານມະຫະກຳວາງສະແດງ ສິນຄ້າຄັ້ງນີ້ຈະໄດ້ດຳເນີນໄປນັບແຕ່ວັນທີ 4-10 ມິຖຸນາ 2014, ເຊິ່ງມີຜູ້ປະກອບການ, ນັກທຸ ລະກິດ, ຊາວຄ້າຂາຍ, ຫົວໜ່ວຍ ທຸລະກິດຂະໜາດນ້ອຍ-ໃຫຍ່ໄດ້ນຳເອົາສິນຄ້າປະເພດເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງຫັດ ຖະກຳ, ເຄື່ອງປະດັບ, ເຟີນີເຈີ, ເຄື່ອງຕົບ ແຕ່ງພາຍໃນເຮືອນ, ວັດສະດຸກໍ່ ສ້າງ, ກົນຈັກໜັກ, ເຄື່ອງນຸ່ງຫົ່ມ ລວມທັງໝົດ 3.118 ຮ້ານ ທຽບ ໃສ່ປີຜ່ານມາເພີ່ມຂຶ້ນ 31.7% ຫລື ສິນຄ້າເຂົ້າຮ່ວມວາງສະແດງຄັ້ງນີ້ໂດຍສ່ວນໃຫຍ່ແມ່ນເຄື່ອງເຟີນີເຈີ ແລະ ເຄື່ອງປະດັບ.

No comments:

Post a Comment