Ad

Ad

10 June 2014

ລາວ​ຖື​ສຳຄັນ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ



    ການສະ​ເຫລີ​ມສະຫລອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ ວັນ​ທີ 5 ມິຖຸ ນາ​ນີ້ ທີ່​ມີ​ຫົວ​ຂໍ້​ວ່າ: “ຈົ່ງ​ພ້ອມ​ກັນ​ອອກ​ແຮງ​ປົກ​ປັກ​ຮັກສາ​ຊັບພະ ຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ໃຫ້​ຍືນ​ຍົງ ສະກັດ​ກັ້ນ ການ​ເພີ່ມ​ຂຶ້ນຂອງ​ລະດັບ​ນ້ຳທະ​ເລ” ນີ້​ເປັນ​ສິ່ງ​ທີ່​ຮຽກ ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ຕ້ານ ​ແລະ ຮັບ​ມື​ກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເພື່ອ​ຄວາມ​ຍືນ​ຍົງ​ຂອງ​ໂລກ ​ແລະ ປະ​ເທດ​ລາວ​ເຮົາ​ກໍ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ຖື​ສຳຄັນ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ເພື່ອ​ປະ ກອບສ່ວນ​ຫລຸດຜ່ອນ​ສະພາບ​ໂລກ​ຮ້ອນ ທັງ​ຮັບປະກັນ​ໃຫ້ການ​ພັດທະນາ​ເສດຖະກິດ​ມີ​ຄວາມ​ຍືນ​ຍົງ​ນຳ​ໄປ​ສູ່​ການ​ລຶບລ້າງ​ຄວາມທຸກ​ຍາກ.
     ​ໃນ​ສານ​ຂອງ​ນາຍົກລັດ ຖະມົນຕີ ​ແຫ່ງ ສປປ ລາວ ທອງ​ສິງ ທຳ​ມະ​ວົງ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ 5 ມິຖຸນາ 2014 ນີ້ ​ໄດ້​ລະບຸ​ວ່າ: ສປປ ລາວ ​ເປັນ​ປະ​ເທດ​ທີ່​ມີ​ສິ່ງ​ແວດ​ລ້ອມ​ດີ, ມີ​ຊັບ ພະຍາກອນ​ທຳ​ມະ​ຊາດ​ອຸ ດົມ​ຮັ່ງ ມີ, ​ເປັນ​ທ່າ​ແຮງ​ໄດ້​ປຽບ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ເຖິງ​ແມ່ນ​ວ່າ ສປປ ລາວ ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ​ກໍ​ຕາມ. ຕະຫລອດ​ໄລຍະ​ຜ່ານ​ມາ, ພັກ ​ແລະ ລັດຖະບານ ​ໄດ້​ມີ​ນະ​ໂຍບາຍ​ອັນ​ເໝາະ​ສົມ​ໃນ​ການ​ຄຸ້ມ​ຄອງ​ນຳ​ໃຊ້​
ຊັບພະ ຍາກອນ​ທຳ​ມະ​ຊາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ຍືນ​ຍົງ, ການ​ຄຸ້ມ​ຄອງ​ໄພພິບັດ ​ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ໂດຍ​ສະ​ເພາະ​ໄດ້​ເຊື່ອມ​ສານ​ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ເຂົ້າ​ໃນ​ກົດ ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ໄດ້​ມີ​ຍຸດ​ທະ​ສາດ, ສ້າງ​ບົດ​ສື່ສານ, ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປັບ​ຕົວ​ເຂົ້າກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ອື່ນໆ ​ແລະ ສຳ ຄັນ​ແມ່ນ​ໄດ້​ວາງ​ຄາດໝາຍ​ສູ້​ຊົນ​ຍົກ​ລະດັບ​ເນື້ອທີ່​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ໃຫ້​ໄດ້ 65% ​ໃນ​ປີ 2015 ​ແລະ 70% ​ໃນ​ປີ 2020. ​ແນວ​ໃດ​ກໍ​ຕາມ, ​ເຖິງ​ວ່າ​ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ທີ່​ວາງ​ໄວ້​ຈົນ​ສາມາດ​ບັນລຸ​ການ​ເຕີບ​ໃຫຍ່​ທາງ​ດ້ານ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ ​ແລະ ບັນລຸ​ຜົນສຳ​ເລັດ​ໃນ​ການ​ຫລຸດຜ່ອນ​ຄວາມ ທຸກ​ຍາກ​ເປັນ​ກ້າວໆ​ມາ​ກໍ​ຕາມ, ແຕ່​ໃນ​ຕົວ​ຈິງ​ແລ້ວ ພວກ​ເຮົາ​ຍັງ​ຜະ​ເຊີນ​ກັບ​ບັນຫາ​ການ​ປ່ອຍ​ອາຍ​ກາ​ກ​ໂບນິກ​ສູ່​ຊັ້ນບັນຍາ ກາດ. ຈາກ​ການ​ສຳ​ຫລວດ​ໃນ​ປີ 1990 ສະຫລຸບ​ໄດ້​ວ່າ: ສປປ ລາວ ມີ​ທ່າ​ແຮງ​ໃນ​ການ​ດຶງ​ດູດ​ຊັບ​ອາຍກາກ​ໂບນິກ (CO2) ປະ ມານ 121,6 ລ້ານ​ໂຕນ​ຕໍ່​ປີ ​ເມື່ອ​ສົມ​ທຽບ​ໃສ່​ການ​ປ່ອຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ມີ​ພຽງ 24,18 ລ້ານ​ໂຕນ, ​ໃນ​ນັ້ນ ປະມານ 17 ລ້ານ​ໂຕນ ​ແມ່ນ​ເກີດ​ຈາກ​ການ​ຈູດ​ປ່າ. ສະນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ປວງ​ຊົນ​ລາວ​ທັງ​ຊາດ, ການ ຈັດຕັ້ງລັດ ​ແລະ ​ເອກ​ະຊົນ ຈົ່ງ​ພ້ອມ​ກັນ​ຕັ້ງໜ້າ​ເຂົ້າຮ່ວມ​ໃນ​ຂະ​ບວນການ​ຫລຸດຜ່ອນ​ສະພາບ​ໂລກ​ຮ້ອນ, ​ໃຫ້​ມີ​ຈິດ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກສາ​ຊັບພະຍາ ກອນ​ປ່າ​ໄມ້, ​ເຄື່ອງ​ປ່າ​ຂອງ​ດົງ, ຊີວະ​ນາໆ​ພັນ, ​ແຫ​ລ່ງນ້ຳ, ​ແຮ່​ທາດ ​ແລະ ອື່ນໆ ​ໃຫ້​ຄົງ​ຄວາມ​ອຸດົມສົມບູນ ​ແລະ ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ ທະນາ​ເສດຖະກິດ-ສັງຄົມ, ສ້າງ​ໃຫ້ ສປປ ລາວ ​ໃຫ້​ຂຽວ​ສະອາດ​ງາມ​ຕາ ​ແລະ ບັນລຸ​ເປົ້າໝາຍ​ສະ ຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

No comments:

Post a Comment