Ad

Ad

10 June 2014

ຈະເປີດງານຕະຫລາດນັດ​ເຕັກ​ໂນ​ໂລ​ຊີ​ຄັ້ງ​ທຳ​ອິດ​ຢູ່ລາວ



   ງານ​ວາງ​ສະ​ແດງ ​ແລະ ຕະ ຫລາດນັດ ວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ ​ເພື່ອ​ການ​ພັດທະນາ 2014 ຈະ​ໄດ້​ຈັດ​ຂຶ້ນ​​ເປັນ​ຄັ້ງ​ທຳ​ອິດ​ໃນ ສປປ ລາວ ​ແຕ່ວັນ​ທີ 20-26 ມິຖຸນາທີ່ຈະເຖິງນີ້ຢູ່ສູນ​ການ​ຄ້າ​ລາວ-​ໄອ​ເຕັກ, ນະຄອນ ຫລວງວຽງຈັນ, ເພື່ອສະ ຫລອງ ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ວິ ທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ ​ຊຶ່ງ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 24-26 ມິຖຸນາ 2014. ເຊິ່ງພິທີຖະ ແຫລ່ງຂ່າວ ງານດັ່ງກ່າວມີຂຶ້ນໃນວັນ​ທີ 9 ມິຖຸນານີ້ຢູ່​ໂຮງ​ແຮມ​ລາວ​ພລາ ຊາ, ນະຄອນຫລວງ​ວຽງ​ຈັນ.
    ທ່ານລັດຖະມົນ​ຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສຈ.ດຣ.ບໍ່​ວຽງ​ຄຳ​ ວົງ​ດາລາ ກ່າວວ່າ: ງານດັ່ງກ່າວ ແມ່ນການຮ່ວມມືລະຫວ່າງກະ ຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ,​ ສະພາ​ການ​ຄ້າ ​ແລະ ອຸດ ສາຫະກຳ​ແຫ່ງ​ຊາດ ​ແລະ
ສະມາ ຄົມ​ນັກທຸລະກິດ​ໜຸ່ມຈັດຂຶ້ນເປັນ​​ຄັ້ງ​ທຳ​ອິດ​ຢູ່ລາວເພື່ອເປີດໂອ ກາດໃຫ້ບັນດາກະຊວງ, ແຂວງ, ຂະ​ແໜງ​ການ, ສະ​ຖາ​ບັນ​ຄົ້ນ ຄວ້າ, ມະຫາວິທະຍາ​ໄລ, ຜູ້​ປະ ກອບ​ການ​ທຸລະ​ກິດ, ບໍ​ລິ​ສັດ, ໂຮງງານ, ຫ້າງ​ຮ້ານ, ຜູ້​ຜະ ລິດ, ຜູ້​ບໍລິການທີ່​ມາ​ຈາກ​ສູນ​ກາງ ແລະ ທ້ອງ​ຖິ່ນ ​ໄດ້​ມີ​ໂອກາດ ວາງສະ​ແດງ​ຜົນງານ​ ແລະ ຜະ ລິດຕະພັນຂອງ​ຕົນອອກ​ສູ່​ສັງຄົມ ຊຶ່ງ​ມີ​ປະມານ 500 ກວ່າ​ຮ້ານ ໂດຍ​ແບ່ງ​ອອກ​ເປັນ​ຫລາຍ​ຂົງ​ເຂດ​ການ​ຜະລິດ​ເຊັ່ນ: ຂົງ​ເຂດ​ການ​ຄົ້ນຄວ້າ​ວິ​ໄຈ​ຂອງ​ບັນດາ​ກະຊວງ ​ແລະ ສະ​ຖາ​ບັນ; ພະລັງ ງານ-ວັດ​ສະດຸ​ໃໝ່; ​ເຕັກ​ໂນ​ໂລ​ຊີຊີວະ​ພາບ ​ແລະ ການ​ແພດ; ກະ ສິກຳ, ຫັດ​ຖະກຳ ​ແລະ ການ​ບໍລິ ການ; ອາຫານ ​ແລະ ​ເຄື່ອງ​ດື່ມ; ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ແລະ ​ເຄື່ອງ​ໃຊ້​ໄຟຟ້າ;​ ຂົນ​ສົ່ງວິ ສະວະກຳ ​ແລະ ຂົງ​ເຂດ​ອື່ນໆ.

No comments:

Post a Comment