Ad

Ad

10 June 2014

ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານ ອາຊຽນຄັ້ງທີ 32 ໄຂ ຂຶ້ນຢ່າງເປັນທາງການຢູ່ແຂວງຫລວງພະບາງ



     ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ຄັ້ງທີ 32 ໄດ້ໄຂ ຂຶ້ນຢ່າງເປັນ ທາງການຢູ່ໂຮງ ແຮມຫລວງພະບາງວິວ ແຂວງ ຫລວງພະບາງ, ໃນວັນທີ 9 ມິຖຸ ນານີ້, ມີກອງເລຂາອາຊຽນອາ ຊຽນພ້ອມດ້ວຍເຈົ້າໜ້າທີ່ອາວຸ ໂສພະລັງງານ, 10 ປະເທດ ແລະ ຄູ່ຮ່ວມເຈລະຈາເຂົ້າຮ່ວມ.
     ໃນກອງປະຊຸມ ທ່ານ ວິລະ ພົນ ວິລະວົງ ລັດຖະມົນຕີຊ່ວຍ ວ່າການກະຊວງ ພະລັງງານແລະ ບໍ່ແຮ່ ສປປ ລາວ ທັງເປັນ ປະທານກອງປະຊຸມໄດ້ກ່າວວ່າ: ກອງ ປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານ ແລະ ບໍ່ແຮ່ອາຊຽນຄັ້ງນີ້, ຈະເນັ້ນໃສ່ການປຶກສາ ຫາລືແລກປ່ຽນຄຳຄິດຄຳເຫັນເພື່ອນຳ ຜົນປະໂຫຍດມາສູ່ອາຊຽນ ແລະ ເປັນການກະກຽມໃຫ້ແກ່ການດຳເນີນກອງປະຊຸມລັດ ຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ອາຊຽນ ທີ່ຈະຈັດຂຶ້ນໃນເດືອນກັນຍາ 2014 ຢູ່ນະຄອນຫລວງວຽງຈັນ ເຊິ່ງ ກອງປະຊຸມດັ່ງກ່າວ, ລັດຖະມົນ ຕີກະຊວງພະລັງງານ 10 ຊາດ ອາຊຽນຈະໄດ້ທົບທວນຄືນແຜນດຳເນີນງານການຮ່ວມມືພະ ລັງງານເພື່ອຮັບປະກັນຄວາມ
ຍືນຍົງຢູ່ໃນພາກພື້ນອາຊຽນພ້ອມນີ້ ກອງປະຊຸມເຈົ້າໜ້າທີ່ຈະໄດ້ແລກປ່ຽນບົດຮຽນກັບຄູ່ເຈລະ ຈາເພື່ອບັນລຸການຮ່ວມມື ດ້ານນີ້ຕາມທີ່ວາງໄວ້ ແລະ ເພື່ອເປັນການເຊື່ອມໂຍງພະລັງງານອາ ຊຽນໃຫ້ມີປະສິດທິພາບດີຂຶ້ນ ກວ່າເກົ່າ, ໂດຍອາຊຽນ ແມ່ນ ກຸ່ມປະເທດໜຶ່ງຂອງໂລກທີ່ເສດຖະກິດມີການຂະຫຍາຍຕົວໄວ ແລະ ຕ້ອງການໃຫ້ຂະແໜງພະ ລັງງານເຕີບໂຕ ຂຶ້ນເລື້ອຍໆ ເຊິ່ງ ຈຳເປັນຕ້ອງໄດ້ສົ່ງເສີມ ແລະ ພັດທະນາພະລັງງານໃຫ້ພຽງພໍລວມທັງພະລັງງານທົດແທນ ແລະ ສາມາດ ເຊື່ອມໂຍງເສດຖະ ກິດລະຫວ່າງອາຊຽນ ແລະ ໂລກ.
     ກອງປະຊຸມຈະດຳເນີນເປັນ ເວລາ 5 ວັນ ແລະ ໃນໂອກາດດັ່ງ ກ່າວຜູ້ແທນກອງປະຊຸມຈະໄດ້ໄປທັດສະນະສຶກສາການ ພັດທະນາໂຄງການເຂື່ອນໄຟຟ້າໄຊຍະບູລີ ຕື່ມອີກ. ຜ່ານມາ ສປປ ລາວ ໄດ້ຂະຫຍາຍສາຍສົ່ງແຮງສູງກວ່າ 20 ສາຍ ເຊື່ອມ ຕໍ່ກັບປະເທດໃກ້ຄຽງເຊັ່ນ: ຫວຽດນາມ, ຈີນ, ກຳປູເຈຍ ແລະ ໄທ. ໃນຕໍ່ ໜ້າຈະຂະຫຍາຍໄປສູ່ປະເທດໃກ້ຄຽງອື່ນໆໃນອາ ຊຽນຕື່ມອີກ.

No comments:

Post a Comment