Ad

Ad

10 June 2014

ໄດ້ຫຍັງຈາກກການເຂົ້າເປັນສະມາຊິກອົງການປະກັນສັງຄົມ



      ໃນກອງປະຊຸມອົງການປະກັນສັງຄົມທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງ ວຽງຈັນທ່ານ ປະສົງ ວົງຄຳຈັນ, ອຳນວຍ ການອົງການປະກັນສັງຄົມ (ອປສ) ໄດ້ໃຫ້ຮູ້ວ່າ:  ການປະກັນສົງຄົມ ແມ່ນແນວທາງນະໂຍບາຍດ້ານສະຫວັດ ດີການ ສັງຄົມ ຂອງລັດຖະບານໃຫ້ແກ່ຊາວຜູ້ອອກແຮງງານ, ສຳລັບລະບອບປະກັນສັງຄົມ ພາກວິສາຫະກິດແມ່ນໄດ້ກຳນົດຂອບເຂດການຄຸ້ມຄອງດ້ານສະຫວັດດີການ ສັງຄົມ ສະເພາະ ແກ່ພະນັກງານກຳມະກອນກໍຄື ຊາວຜູ້ອອກແຮງງານຕາມໂຮງຈັກໂຮງງານ ແລະ ຫົວໜ່ວຍວິສາຫະກິດຕ່າງໆເທົ່າ ນັ້ນ, ຊຶ່ງ ເມື່ອກ່ອນການປະກັນສັງຄົມຈະມີແຕ່ພະນັກງານ-ລັດຖະກອນທີ່ ເຮັດວຽກນຳອົງການຈັດຕັ້ງພັກ-ລັດທີ່ມີສິດ ໄດ້ຮັບສະຫວັດດີການໃນເວລາເຈັບໄຂ້ໄດ້ປ່ວຍ, ເກີດ ລູກ, ເສຍອົງຄະ, ບຳນານ ຫຼື ເສຍຊີວິດ, ແຕ່ພາຍຫຼັງສ້າງຕັ້ງ ອົງການ ປະກັນສັງຄົມພາກວິສາ ຫະກິດຂຶ້ນແມ່ນໄດ້ເຮັດໃຫ້ພະ ນັກງານ, ກຳມະກອນ ແລະ ຊາວ ຜູ້ອອກ ເຮັດງານຕາມໂຮງຈັກ
ໂຮງງານ ແລະ ຫົວໜ່ວຍວິສະ ຫະກຳຕ່າງໆໄດ້ຮັບສະຫວັດດີ ການໃນເວລາເຈັບໄຂ້ໄດ້ປວຍ, ເກີດລູກ, ບຳນານ, ເສຍອົງຄະ ຫຼື ເສຍຊີວິດ, ແນ່ໃສ່ປົວແປງຊີວິດ ການເປັນຢູ່ຂອງຊາວຜູ້ອອກ ແຮງງານໃຫ້ດີຂຶ້ນ ແລະ ກະຕຸກ ຊຸກຍູ້ ການພັດທະນາເສດ ຖະກິດສັງຄົມໃຫ້ເຕີບໃຫຍ່ຂະຫຍາຍຕົວໄດ້ຢ່າງສະໝ່ຳສະເໝີ, ຊຶ່ງຕ່າງ ຈາກເມື່ອກ່ອນໃນເວລາພະນັກ ງານ, ກຳມະກອນ ພາກວິຫາຫະ ກິດເຈັບໄຂ້ໄດ້ປວຍຕ້ອງໄດ້ຮັບ ຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ, ຊຶ່ງມັນໄດ້
ສ້າງຜົນສະທ້ອນຕໍ່ເສດຖະກິດ ຂອງຄອບຄົວບໍ່ຫຼາຍກໍໜ້ອຍ ຫຼື ຖ້າເຈັບປ່ວຍໄປດົນຜູ້ກ່ຽວອາດ ບໍ່ໄດ້ຮັບເງິນເດືອນຫຼືຖືກໄລ ອອກວຽກນຳອີກ, ບັນຫາທີ່ ກ່າວມານັ້ນ, ນອກຈາກຈະສ້າງ ຜົນເສຍຫາຍໃຫ້ບຸກຄົນແລ້ວ, ມັນຍັງສົ່ງຜົນສະທ້ອນຕໍ່ການ ຜະລິດຂອງວິສາຫະກິດດັ່ງກ່າວ ແລະ ທີ່ຮ້າຍໄປກວ່ານັ້ນກໍອາດ ຈະເປັນຜົນສະທ້ອນອັນບໍ່ດີຕໍ່ ຄວາມບໍ່ສະຫງົບຂອງສັງຄົມກໍ ເປັນໄດ້, ແຕ່ຫຼັງຈາກມີປະກັນ ສັງຄົມພາກວິສາຫະກິດກໍເຮັດ ໃຫ້ບັນຫາຕ່າງໆເຫຼົ່ານັ້ນຄ່ອຍ ໆໝົດໄປ, ປັດຈຸບັນອົງການປະ ກັນສັງຄົມພາກວິສະຫະກິດຄຸ້ມ ຄອງ 8 ສິດຜົນປະໂຫຍຂອງຜູ້ ໃຊ້ແຮງງານ ຄື: (1): ການອຸດ ໜູນປິ່ນປົວສຸຂະພາບ, (2): ປ່ວຍ ການ, (3): ການລູກ,(4): ເສຍຊີ ວິດ, (5): ອຸປະຕິເຫດແຮງງານ ຫຼີພະຍາດອາຊີບ, (6): ບຳນານ, (7): ເສຍອົງຄະ ແລະ (8) ການອຸດໜູນຄອບຄົວຜູ້ປະກັນຕົວເສຍຊີວິດ ແລະ ໄດ້ແບ່ງການຄຸ້ມ ຄອງອອກເປັນ 2 ໄລຍະເຊັ່ນ: ອຸດໜູນໄລ ຍະສັ້ນປະກອບມີ: ປ່ວຍການ, ເສຍຊີວິດ ແລະ ເກີດລູກ ແລະ ອຸດໜູນໄລຍະຍາວມີ: ບຳນານ, ເສຍອົງຄະ, ອຸປະຕິ ເຫດແຮງງານ, ປິ່ນປົວສຸຂະພາບ ແລະ ອຸດໜູນຄອບຄົວຜູ້ປະກັນ ຕົນເສຍຊີວິດ, ໂດຍມີ 17 ໂຮງໝໍໃຫຍ່ທົ່ວປະເທດເປັນ ຄູ່ຮ່ວມງານ ແລະ ຜູ້ທີ່ເຂົ້າເປັນສະມາ ຊິກຈະໄດ້ຈ່າຍເງິນ 9,5% ຂອງ ເງິນເດືອນ, ໃນນັ້ນຜູ້ອອກແຮງງານຈ່າຍ 4,5% ແລະ ຜູ້ໃຊ້ແຮງ ງານຈ່າຍ5%,ນັບແຕ່ມື້ສ້າງຕັ້ງຮອດປັດຈຸບັນອົງການປະກັນສັງຄົມມີສະມາຊິກປະມານ 1500 ຫົວໜ່ວຍ ແລະ ບຸກຄົນ 80 ພັນ ກວ່າຄົນ ແລະ ມີຜູ້ມາຮັບເງິນອຸດໜູນໄປແລ້ວ 1 ແສນກວ່າຄົນ.

No comments:

Post a Comment