
ປັດຈຸ ບັນ ແຕ່ລະໂຮງຮຽນ
ໃນຂອບເຂດທົ່ວປະເທດ ທັງພາກລັດ ແລະ ພາກເອກະຊົນ ກຳລັງຈັດຕັ້ງການສອບເສັງເລື່ອນຂັ້ນມັດທະຍົມ
ສຶກສາໃນຊັ້ນ ມ1-ມ3 ແລະ
ມ5-ມ6 ຊຶ່ງໃນສົກຮຽນນີ້ຈະມີນັກສອບເສັງເລື່ອນຂັ້ນ ມຕົ້ນ ແລະ ມປາຍ ໃນທົ່ວປະເທດຈຳນວນ 592.365 ຄົນ, ນອກຈາກນີ້ກໍໄດ້ກະກຽມໃຫ້ແກ່ການສອບເສັງຈົບຊັ້ນ
ມ 4 ແລະ ມ7
ໃນສົກຮຽນ 2013-2014 ນີ້.
ທ່ານ ດຣ.ສີສຸກ ວົງວິຈິດ
ຮັກສາການຫົວໜ້າກົມມັດທະຍົມສຶກສາກະຊວງສຶກສາ ທິການ ແລະ
ກິລາ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດ ລາວ ໃນວັນທີ 30 ພຶດສະພາ
2014ນີ້ ວ່າ: ຜ່ານການຈັດຕັ້ງປະຕິບັດຕາມແຜນການປະຕິຮູບການສຶກສາແຫ່ງຊາດໄລຍະ
II ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກໂດຍເລັ່ງໃສ່ ຄຸນນະພາບ ການຮຽນ-ການສອນ ປະຕິບັດຕາມຫລັກສູດ ແລະ ນຳໃຊ້ປຶ້ມແບບຮຽນທີ່ສະຖາບັນຄົ້ນຄ້ວາວິທະຍາສາດ ການ
ສຶກສາໄດ້ພັດທະນາຂຶ້ນ. ໃນສົກຮຽນ 2013-2014 ມາຮອດປັດຈຸບັນແຕ່ລະໂຮງຮຽນໃນຂອບເຂດທົ່ວປະເທດ
ທັງພາກລັດ ແລະ
ພາກເອກະຊົນ
ກໍໄດ້ຈັດຕັ້ງການສອບເສັງເລື່ອນຂັ້ນເລີ່ມແຕ່ ມ1-ມ3 ແລະ ມ5-ມ6. ສຳລັບຂັ້ນມັດ ທະຍົມສຶກສາຕອນຕົ້ນທົ່ວປະເທດມີນັກຮຽນທັງໝົດ
420.720 ຄົນ, ຊັ້ນມັດທະຍົມຕອນປາຍ 171.645 ຄົນ
ທີ່ຈະໄດ້ສອບເສັງເລື່ອນຂັ້ນ. ສ່ວນຂັ້ນມ 4 ແລະ
ມ 7 ກໍໄດ້ກະກຽມໃຫ້ແກ່ການສອບ ເສັງຈົບຊັ້ນສົກຮຽນນີ້ ມ4 ໃນທົ່ວ
ປະເທດມີນັກຮຽນເຂົ້າ ສອບເສັງທັງໝົດ 80.521 ຄົນ, ຍິງ 37.919 ຄົນ ແລະ
ມ7
ມີນັກຮຽນເຂົ້າສອບເສັງທັງໝົດ 49.410 ຄົນ, ຍິງ 22.463
ຄົນ.
No comments:
Post a Comment