ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດ ລ້ອມໄດ້ແຈ້ງສະພາບອາກາດ ໃນວັນທີ 30 ພຶດສະພາວ່າ: ບໍລິເວນຄວາມກົດດັນຕຂອງອາກາດຮອນຍັງມີກຳລັງອອນຫາປານກາງຍັງສືບຕປົກຄຸມຢູ່ທົ່ວທຸກ
ພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສຽງໃຕພັດປົກຄຸມ. ເຊງລັກ ສະນະເຊນນຈະເຮັດໃຫອາກາດຍັງ
ຮ້ອນໃນຕອນກາງເວັນ ແລະ ຍັງຈະມີຝົນຕົກຟາຄະນອງ ໃນລະດັບຄອຍຢູບາງທອງຖນໃນ ແຕລະພາກພອມມີລົມພັດແຮງ
ເປັນບາງໂອກາດ. ສຳລັບອາກາດ 3 ວັນລ່ວງໜ້ານັບແຕ່ 31 ພຶດສະພາຫາ 2 ມິຖຸນາ 2014 ເຖິງຈະມີຝົນຕົກຢູ່ຫລາຍເຂດ
ຂອງແຕ່ລະພາກແຕ່ວ່າອາກາດຍັງຈະຮ້ອນຢູ່, ອຸນຫະພູມສູງສຸດ 37 ອົງສາ.
ສຳລັບນະຄອນຫລວງວຽງຈັນ ອຸນຫະພູມຕໍ່າສຸດ
25-26 ອົງສາ, ສູງສຸດ 35-37 ອົງສາ, ໃນວັນທີ 31 ພຶດສະພາ ຈະມີຝົນ ຕົກຟ້າຄະນອງໃນລະດັບຄ່ອຍ,
ວັນທີ 1-2 ມິຖຸນາ ຈະມີຝົນຝອຍ ກະຈາຍເປັນບາງສ່ວນ.
ແຂວງຊຽງຂວາງ ອຸນຫະ ພູມຕ່ຳສຸດ 20-21 ອົງສາ, ສູງສຸດ
28-29 ອົງສາ, ໃນວັນທີ 31 ພຶດສະພາ ຈະມີຝົນຕົກກະ ຈາຍ ໃນລະດັບຄ່ອຍ, ໃນວັນທີ 1-2 ມິຖຸນາ
ຈະມີຝົນຕົກໃນລະດັບຄ່ອຍເປັນບາງສ່ວນ.
ແຂວງຫລວງນ້ຳທາ ອຸນຫະພູມຕ່ຳສຸດ 20-22 ອົງສາ,
ສູງ ສຸດ 35-36 ອົງສາ, ໃນວັນທີ 31 ພຶດສະພາຈະມີເມກປົກ ຄຸມບາງ ພື້ນທີ່, ວັນທີ 1 ມິຖຸນາ ຈະມີຝົນຝອຍບາງບໍລິເວນ ແລະ ວັນທີ
2 ມິຖຸນາ ຈະມີເມກປົກຄຸມ ບາງສ່ວນ.
ແຂວງຫລວງພະບາງ ອຸນ ຫະພູມຕ່ຳສຸດ 24-26 ອົງສາ,
ສູງ ສຸດ 36 ອົງສາ ໃນວັນທີ 31 ພຶດ ສະພາຈະມີເມກປົກ ຄຸມບາງພື້ນທີ່, ໃນວັນທີ 1 ມິຖຸນາ ຈະມີຝົນ
ຝອຍເປັນບາງສ່ວນ, ໃນວັນທີ 2 ມິຖຸນາຈະມີເມກປົກຄຸມບາງບໍລິເວນ.
ແຂວງສະຫວັນນະເຂດ ອຸນຫະພູມຕ່ຳສຸດ 26-27 ອົງສາ,
ສູງ ສຸດ 37 ອົງສາ ໃນວັນທີ 31 ພຶດສະພາຈະມີຝົນຕົກໃນລະ ດັບຄ່ອຍ, ໃນວັນທີ 1 ມິຖຸນາ ຈະມີເມກປົກຄຸມບາງພື້ນທີ່.
ໃນວັນທີ 2 ມິຖຸນາ ຈະມີຝົນຝອຍຢູ່ບາງບໍ ລິເວນ.
ແຂວງຈຳປາສັກ ອຸນຫະພູມຕ່ຳສຸດ 27 ອົງສາ,
ສູງສຸດ 35-37 ອົງສາ ໃນວັນທີ 31 ພຶດສະພາຈະມີເມກປົກຄຸມ ບາງພື້ນທີ່, ໃນວັນ 1-2 ມິຖຸນາ
ຈະມີຕົກໃນລະດັບຄ່ອຍຢູ່ບາງບໍລິເວນ.
No comments:
Post a Comment