ທ່ານ ສຈ. ດຣ. ບ່ໍແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລ ຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳ ນັບຂອງທ່ານ ກິມ ຊູ
ກວັນ, ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສ ເກົາຫລີ ປະຈຳລາວໃນວັນທີ 30 ພຶດສະພາທີ່ກະຊວງດັ່ງກ່າວ.
ການພົບປະຄັ້ງນີ້ ເພື່ອແລກປ່ຽນການຮ່ວມມືດ້ານວັດທະນະທຳ
ແລະ ການ ທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ສ.ເກົາ ຫລີ ໂດຍສະເພາະ ສ.ເກົາຫລີ ຈະໃຫ້ທຶນສະໜັບສະໜູນໂຄງການບູລະນະຜາສາດຫີນວັດພູຢູ່ແຂວງຈຳປາສັກ,
ໂຄງການກໍ່ ສ້າງ ແລະ ປັບປຸງຫ້ອງນ້ຳສາ ທາລະນະຢູ່ເມືອງວັງວຽງແຂວງວຽງຈັນ ແລະ ຢູ່ເມືອງຫລວງພະບາງ
ແຂວງຫລວງພະບາງ, ສົ່ງ ເສີມ ແລະ ແລກປ່ຽນສິລະ ປະການສະແດງບົດຟ້ອນຂອງ ສ.ເກົາຫລີ ໂດຍເນັ້ນເອົາເຍົາວະ
ຊົນລາວມີສ່ວນຮ່ວມໃນສະແດງ ບົດຟ້ອນຂອງ ສ.ເກົາຫລີ ຢູ່ ສປປ ລາວ. ຈາກນັ້ນ ຈະໄດ້ຄັດເລືອກເອົາຄະນະຜູ້ສະແດງດີເດັ່ນ ໄປສະແດງຢູ່ປະເທດ
ສ.ເກົາ ຫລີ ເພື່ອເປັນການສົ່ງ ເສີມການທ່ອງທ່ຽວລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃຫ້ມີການຂະຫຍາຍ
ຕົວຂຶ້ນເລື້ອຍໆ.
ໃນໂອກາດນີ້ ທ່ານ ລັດຖະມົນຕີວ່າການກະຊວງ
ຖວທ ໄດ້ສະແດງຄວາມຊົມເຊີຍພ້ອມທັງຕີລາຄາສູງຕໍ່ທ່ານ ເອກ ອັກຄະລັດຖະທູດທີ່ມາພົບປະຄັ້ງນີ້
ແລະ ຈະໃຫ້ການສະໜັບສະໜູນດັ່ງກ່າວ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນ ການເພີ່ມທະວີສາຍພົວພັນ
ແລະ ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນາທຳ ລະຫວ່າງ ສປປ ລາວ ແລະ ສ.ເກົາ ຫລີ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີວ່າການກະຊວງ
ຖວທ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ທ່ານຍັງສະແດງຄວາມເສົ້າເສຍໃຈຕໍ່ອຸບັດເຫດເຮືອບິນຂອງກອງທັບອາ
ກາດລາວຕົກຊຶ່ງເປັນສາເຫດທີ່ເຮັດໃຫ້ການນຳຂັ້ນສູງຂອງ ສປປ ລາວ ເສຍຊີວິດ. ພ້ອມນັ້ນ ທ່ານຍັງຢືນຢັນວ່າຈະພະຍາ ຍາມທຸກຄວາມສາມາດເພື່ອປະກອບສ່ວນ ເຮັດໃຫ້ສາຍພົວພັນ
ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ນັບມື້ກວ້າງຂວາງຂຶ້ນເລື້ອຍໆ.

No comments:
Post a Comment