Ad

Ad

17 June 2014

ຍົກ​ສູງ​ຄຸນ​ນະພາ​ບດ້ານ​ເນື້ອ​ໃນ​ກຽມ​ເຂົ້າ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດຊຸດ​ທີ VII



         ຊຸດ​ສຳ​ມະ​ນາຍົກ​ສູງ​ຄຸນ​ນະ ພາ​ບດ້ານ​ເນື້ອ​ໃນ​ກະກຽມໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໄດ້​ຈັດ​ຂຶ້ນແຕ່​ວັນ​ທີ 16- 19 ມິຖຸນາ ທີ່ ສູນ​ການຮ່ວມມື​ສາກົນ ​​ແລະ ຝຶກ​ອົບຮົມ ( ICTC )  ​ໂດຍ​ການ​ເປັນ​ປະ ທານ​ຂອງ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະ ພາ​ແຫ່ງ​ຊາດ, ມີທ່ານ ສົມ​ສະ ຫວາດ ​​ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ, ພ້ອມ ຄະນະ​ປະ ຈຳ​ສະພາ​ແຫ່ງ​ຊາດ, ລັດຖະມົນ ຕີ​ວ່າການ, ຊ່ວຍ​ວ່າການ ​ແລະ ບັນດາ ວິທະຍາ ກອນ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດເຂົ້າ​ຮ່ວມ.
       ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ຈະ​ໄດ້​ຮັບ​ຟັງ​ການນຳ​ສະ​ເໜີ​ຫົວ​ຂໍ້​ຕ່າງໆ ຈາກ​ກະຊວງ​​ທີ່​ກ່ຽວຂ້ອງ ​ແລະ ຊ່ຽວຊານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄປ​ພ້ອມ​ກັບ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ມີ​ຈຸດ​ສຸມ​ຂອງ​ບັນດາ​ກຳມາ​ທິການ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ແຫ່ງ
ຊາດ ​ແລະ ບັນດາ​ຜູ້​ແທນ ທີ່​ເຂົ້າ ຮ່ວມ ຊຶ່ງຈະ​ໄດ້​ສຸມ​ໃສ່​ບາງ​ບັນ ຫາ​ທີ່​ສຳຄັນ​ເປັນ​ຕົ້ນ​ຮັບ​ຟັງການ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ຕົວ​ເລກ​ຄາດ ໝາຍ​ໃນ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ ​ແລະ ​ແຜນ​ງົບປະ ມານ 6 ​ເດືອນ​ຕົ້ນ​ສົກປີ  ​ແລະ  6 ເດືອນ​ທ້າຍສົກ​ປີ 2013-2014 ລວມທັງ​ການ​ດັດ​ແກ້​ແຜນ​ງົບ ປະມານ​ແຫ່ງ​ລັດ 6 ​ເດືອນ​ທ້າຍ​ປີ 2013-2014  ​ແລະ ​ແຜນ ການ​ສົກ​ປີ 2014-2015, ຮັບຟັງ​ການສະ​ເໜີ​ບາງ​ເນື້ອ​ໃນ​ສຳຄັນ​ທີ່​ຈະ​ປັບ ປຸງ ​ແລະ ສ້າງ​ໃໝ່​ຂອງ​ກົດໝາຍ​ຈຳນວນ 5 ສະບັບ​ຄື: ກົດໝາ​ຍ ສ້າງ​ໃໝ່ 2 ສະບັບ: ກົດ​ໝາຍວ່າ​ດ້ວຍ​ການກວດ​ສອບ​ເອກະລາດ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ສະກັດ​ກັ້ນ ​ແລະ​ ຕ້ານ​ການ​ຟອກ​ເງິນ, ການ​ສະໜອງ​ເງິນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ; ກົດໝາຍ​ປັບ ປຸງ 3 ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ, ກົດ ໝາຍ​ວ່າ​ດ້ວຍ​ມາດຕະຖານ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ ​ແລະ ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ພົ້ນ​ເດັ່ນ​ຂອງ​ພາກ​ພື້ນ ​ແລະ ສາກົນ.
        ​ໂອກາດ​ດັ່ງກ່າວ, ທ່ານ ນາງ ປານີ ຢາ​ທໍ່​ຕູ້ ກ່າວ​ວ່າ: ການຈັດ​ຊຸດ​ສຳ​ມະ​ນາ​​ຄັ້ງ​ນີ້ ​ເພື່ອ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຕໍ່ບາງ​ເນື້ອ​ໃນ​ທີ່​ສຳຄັນ​ຂອງ​ຊາດ ຊຶ່ງ​ຈະ​ໄດ້​ນຳ​ເຂົ້າ​ພິຈາລະນາ ​ແລະ ຮັບ​ຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ຊຶ່ງ​ຈະ​ໄດ້​ໄຂ​ຂຶ້ນ​ໃນ​ຕົ້ນ​ເດືອນ​ກໍລະກົດ ທີ່​ຈະ​ມາ​ເຖິງ​ນີ້  ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ເຂົ້າ​ໃຈ, ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ທັດສະນະ, ບັນດາ​ຕົວ​ເລກຄາດໝາຍ​ໃຫຍ່, ທິດ​ທາງ, ນະ​ໂຍບາຍ ​ແລະ ມາດ​ຕະການ​ຈຳນວນ​ໜຶ່ງ ລວມທັງ​ຄວາມ​ເຂົ້າ​ໃຈ​ທາງ​ດ້ານ​ວິຊາ​ການ; ຮັບ ປະກັນ​​ການ​ຕົກລົງ​ບັນຫາ​ສຳຄັນ​ຂອງ​ສະພາ​ແຫ່ງ​ຊາດ​ໃຫ້​ຖືກ ຕ້ອງ ​ແລະ ສອດຄ່ອງ​ກັບ​ມະຕິ IX ຂອງ​ພັກ ກໍ​ຄື​ບັນດາ​ມະຕິ​ຕ່າງໆ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໃນ​ການ​ປົກ​ປັກ​ຮັກ ສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່, ສ້າງ​ບາດກ້າວ​ຫັນປ່ຽນ​ໃໝ່​ດ້ວຍ​ຈິດ​ໃຈ​ບຸກທະລຸ​ໃນ​ການ​ສືບຕໍ່​ຍູ້​ແຮງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ ​ແລະ ແຜນ​ງົບປະມານ 6 ​ເດືອນ​ທ້າ​ຍ ສົກ​ປີ 2013-2014 ​ແລະ ແຜນ ການສົກ​ປີ 2014-2015 ດ້ວຍ​ຜົນ ສຳ​ເລັດ​ໃໝ່​ໃຫຍ່​ຫລວງ​ກວ່າເກົ່າ.

No comments:

Post a Comment