Ad

Ad

18 June 2014

ໂຮງຮຽນປະຖົມຂອງລັດຫລາຍແຫ່ງໃນຕົວເມືອງບໍ່ມີນັກຮຽນ



     ປັດຈຸບັນ, ໂຮງຮຽນປະຖົມຂອງລັດຫລາຍແຫ່ງສະພາບການສິດສອນອ່າວ ມີ ຄວາມງຽບເຫງົາຍ້ອນບໍ່ມີນັກຮຽນເຂົ້າມາຮຽນຫລາຍ, ບາງແຫ່ງມີນັກຮຽນບໍ່ເຖິງ 10 ຄົນ ເຊິ່ງບັນຫາດັ່ງກ່າວພວມເປັນສິ່ງທ້າທາຍໃນການພັດທະນາຄຸນນະພາບການ ສຶກສາຂັ້ນພື້ນຖານ.
     ທ່ານຫົວໜ້າກົມປະຖົມ ແລະ ອະນຸບານ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ບັນຫາໂຮງຮຽນປະຖົມຂອງລັດຫລາຍແຫ່ງບໍ່ມີນັກຮຽນເຂົ້າມາຮຽນ ຫລາຍນີ້ແມ່ນເກີດຂຶ້ນມາໃນໄລຍະທີ່ພາກລັດໄດ້ມີນະໂຍບາຍສົ່ງເສີມໃຫ້ເອກະຊົນເຂົ້າ ມາມີສ່ວນຮ່ວມໃນການພັດທະນາ ວຽກງານສຶກສາເມື່ອບໍ່ເທົ່າໃດປີມານີ້ ແລະ ສ່ວນຫລາຍແມ່ນຢູ່ໃນຕົວເມືອງໃຫຍ່ຂອງນະ ຄອນຫລວງວຽງຈັນ ໂດຍມີຜົນມາ ຈາກອັດຕາການເກີດຂອງເດັກມີໜ້ອຍ, ການຍົກຍ້າຍຂອງປະຊາກອນ, ເສດຖະກິດ ຄອບຄົວດີຂຶ້ນ, ຄຸນນະພາບການສຶກສາ ແລະ ສິ່ງ ແວດລ້ອມຂອງໂຮງຮຽນເອກະຊົນດີກວ່າ ຈຶ່ງເຮັດໃຫ້ຜູ້ປົກຄອງ ສ່ວນ ຫລາຍພາລູກຫລານຂອງຕົນໄປຮ່ຳຮຽນຢູ່
ໂຮງຮຽນເອກະຊົນນັບມື້ເພີ່ມຂຶ້ນ ແລະ ສົ່ງຜົນ ໃຫ້ໂຮງຮຽນປະຖົມຂອງລັດ ຫລາຍແຫ່ງມີນັກຮຽນຫລຸດໜ້ອຍລົງຄືດັ່ງ ເຫັນໃນປັດຈຸບັນ. ຕໍ່ບັນຫາດັ່ງກ່າວ, ກະຊວງສຶກ ສາທິການ ແລະ ກິລາ ກໍຄືກົມ ປະຖົມຈະໄດ້ແນະນຳໃຫ້ຫ້ອງການສຶກສາ ຂອງແຕ່ລະເມືອງໃນນະຄອນຫລວງວຽງຈັນກວດກາຄືນໃໝ່ກ່ຽວກັບຈຳນວນຄູ ແລະ ຈຳນວນນັກຮຽນເພື່ອຈັດສັນສັບ ຊ້ອນໃຫ້ມີຄວາມເໝາະສົມ, ສ່ວນໂຮງຮຽນແຫ່ງໃດບໍ່ມີນັກຮຽນຫລາຍອາດຈະຍຸບໂຮມເຂົ້າກັນແລ້ວແນະນຳໃຫ້ເອກະຊົນ ຜູ້ທີ່ຕ້ອງການດຳເນີນທຸລະກິດໂຮງຮຽນປະຖົມສາມາດນຳໃຊ້ໂຮງຮຽນປະຖົມຂອງ ລັດດ້ວຍຮູບການສຳປະທານໄດ້.

No comments:

Post a Comment