Ad

Ad

18 June 2014

ໃນຕົ້ນອາທິດນີ້ມີສະພາບງັດແງະຫຼາຍຈຸດ ຢູ່ນະຄອນຫຼວງວຽງຈັນ



     ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 16 ມິຖຸນານີ້ ເຈົ້າໜ້າທີ່ສືບ ສວນ-ສອບສວນນະຄອນຫຼວງ ວຽງຈັນ ໄດ້ລົງກວດກາສະຖານທີ່ເກີດເຫດພາຍຫຼັງໄດ້ຮັບ ແຈ້ງວ່າ: ໄດ້ ມີຄົນຮ້າຍງັດແງະລັກຊັບພົນລະ ເມືອງຢູ່ຮ້ານຂາຍລົດຈັກ ​ແຫ່ງ​ໜຶ່ງ​ທີ່ບ້ານ ສີສະຫວາດ ເມືອງ ຈັນທະບູລີ ນະຄອນຫຼວງວຽງ ຈັນ ຄົນ​ຮ້າຍ​ໄດ້ລົດຈັກຊູຊຸກິ ສະ​ແມັດ 2 ຄັນ, ຊຶ່ງ ຈາກການກວດ ກາເບິ່ງກ້ອງວົງຈອນປິດພົບວ່າຄົນຮ້າຍມີ 2 ຄົນ  ຊຶ່ງປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງຕິດຕາມຕົວ ມາດຳ ເນີນຄະດີ ແລະ ໃນມື້ດຽວ ກັນຍັງມີຄົນຮ້າຍງັດແງະ ສາງເກັບສິນຄ້າຂອງບໍລິສັດແຫ່ງໜຶ່ງ ຢູ່ບ້ານໜອງບົວທອງ ເມືອງສີ ໂຄດຕະບອງ ນະຄອນ ຫຼວງວຽງຈັນ, ຄົນ​ຮ້າຍ​ໄດ້​ລັກ​ເອົາ ເຄື່ອງສຽງ ​ແລະ ຕູ້ລຳໂພງ ຈຳ ນວນ 33 ໜ່ວຍ, ຕົກ​ເປັນມູນຄ່າ 50 ລ້ານກວ່າ ກີບ ແລະ ໃນວັນທີ 17 ມິຖຸນານີ້ ໄດ້ເກີດເຫດຄົນ ຮ້າຍລັກລົດ ຈັກຂອງປະຊາຊົນ ຢູ່ບ້ານໂພນຕ້ອງ ເມືອງໄຊ ເສດຖານະຄອນ ຫຼວງວຽງຈັນ ຊຶ່ງ ປັດຈຸບັນທາງເຈົ້າໜ້າທີ່ກຳລັງ​ເລັ່ງຕິດຕາມ ຄົນຮ້າຍມາດຳເນີນຄະດີ​ໃຫ້​ໄດ້ໂດຍ​​ໄວ.
      ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັ ໃຫ້ຮູ້ວ່າ: ນັບແຕ່ຕົ້ນ ປີມານີ້ ຢູ່ນະຄອນຫຼວງວຽງຈັນ ມີສະພາບປະກົດການຫຍໍ້ ທໍ້ເກີດຂຶ້ນ 400 ກວ່າເລື່ອງ, ທຽບໃສ່ໄລ ຍະດຽວກັນ ຂອງ​ປີຜ່ານມາເຫັນ ວ່າມີຈຳນວນເພີ່ມຂຶ້ນເກືອບ 100 ເລື່ອງ, ສ່ວນ ໃຫຍ່ແມ່ນບັນຫາ ລັກຊັບພົນລະເມືອງ, ບັນຫາຢາ ເສບຕິດ ແລະ ປຸ້ນຈີ້ຊີງຊັບ.

No comments:

Post a Comment