Ad

Ad

18 June 2014

ການ​ລັກລອບ​ຄ້າ​ໄມ້​ເຖື່ອນ​ໃນ​ຫລາຍ​ແຂວງ​ຍັງ​ສືບຕໍ່​ແຜ່​ຫລາຍ​



ພາບປະກອບ
     ຕາມ​ການ​ລາຍ​ງານ​ຈາກ​ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້​ ໃນ​ອາທິດ​ທຳ​ອິດຂອງ​ເດືອນ​ມິຖຸນາ​ນີ້ ​ເຈົ້າໜ້າ​ທີ່​ກວດກາ​ປ່າ​ໄມ້​ຢູ່​ແຂວງ​ວຽງ​ຈັນ ​ແລະ ​ແຂວງ​ຄຳ​ມ່ວນ ​ໄດ້​ລົງ​ຕິດຕາມ​ເປົ້າໝາຍ​ພ້ອມ​ຢຶດ​ໄມ້​ເຖື່ອນ​ທີ່​ພວກ​ເຂົາ​ລັກລອບ​ເຄື່ອນ​ຍ້າຍ ​ແລະ ນຳ​ສົ່ງໄປ​ຂາຍ​ອອກ​ຕ່າງປະ​ເທດ​ ມີ​ຈຳນວນ​ໄມ້​ທີ່ຢຶດ​ໄດ້​ທັງ​ໝົດ 300 ກວ່າ​ແມັດ​ກ້ອນ. ພ້ອມ​ກັນນີ້ ທາງ​ເຈົ້າໜ້າ​ທີ່​​ຍັງ​​ໄດ້​ດຳ​ເນີນ​ຄະ ດີ​ກັບ​ຜູ້​ລັກລອບ​ບຸກລຸກ​ຊັບພະຍາ ກອນ​ປ່າ​ໄມ້​ຈຳນວນ 2 ຄະດີ ເພື່ອ​ແນ​ໃສ່​​ເຮັດ​ໃຫ້ການ​ປະຕິບັດ ລະບຽບ​ກົດໝາຍ​ມີ​ຄວາມ​ສັກ ສິດ​.
      ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ: ກ່ອນ​ໜ້ານີ້​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ, ​ເຈົ້າໜ້າ​ທີ່​ກວດກາ​ປ່າ​ໄມ້​ປະຈຳ​ຢູ່​ແຂວງ​ຫົວພັນ, ​ແຂວງ​ວຽງ​ຈັນ, ຄຳ​ມ່ວນ ​ແລະ ​ແຂວງ​ສາລະ​ວັນ ​ໄດ້​ລົງ​ກວດກາ ​ແລະ ຢຶດ​ໄມ້​ເຖື່ອນຈາກຜູ້ລັກລອບ ສວຍ​​ໂອກາດ​ເຄື່ອນ​ຍ້າຍ​ແບບ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ມີ​ຈຳ ນວນ 5.021 ຕັບ ລວມມີບໍລິ​ມາດ
ປະມານ 90 ກວ່າ​ແມັດ​ກ້ອນ ພ້ອມ​ທັງ​ຢຶດພາຫະນະ​ປະ​ເພດ​ລົດ​ໃຫຍ່ຈຳນວນ 4 ຄັນ ​ແລະ ຄຽງ​ຄູ່​ກັນນີ້ ທາງ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຍັງ​ໄດ້​ດຳ​ເນີນ​ຄະດີ​ຕໍ່ຜູ້​ລັກລອບ​​ຈຳນວນ 12 ຄະດີ, ​ໃນ​ນັ້ນຖືກ​ແກ້​ໄຂ​ແລ້ວ 2 ຄະດີ ໂດຍ​ການ​ປັບ​ໄໝ​ນັບ​ວ່າ​ຍັງ​ຕ່ຳ​ຖ້າ​ທຽບ​ໃສ່​ບໍລິ​ມາດ​ໄມ້​ທີ່ຢຶດ​ໄດ້​. ຜູ້ລາຍງານ ຂ່າວໃຫ້ຮູ້ອີກ ວ່າ: ນີ້ເປັນພຽງ​ສ່ວນ​ໜຶ່ງ​ຂອງ​ການ​ລັກລອບ​ຄ້າ ຂາຍ​ໄມ້​ໃນ​ແຕ່ລະ​ເດືອນ​ຜ່ານມາ​ເຊິ່ງກຸ່ມ​ຄົນ​ບໍ່​ດີ​ໄດ້​ສວຍ​ໃຊ້​ໂອ ກາດ​ເຄື່ອນ​ຍ້າຍ​ໄມ້​ໃນ​ທາງ​ທີ່​ຜິ​ດກົດໝາຍໂດຍອາໄສຊ່ອງ ຫວ່າງ​ທີ່​ເຈົ້າໜ້າ​ທີ່ເຜີ​ຕົວ.

No comments:

Post a Comment