Ad

Ad

18 June 2014

ການສອບເສັງຈົບຊັ້ນ ມ 4 ເລີ່ມຂຶ້ນໃນມື້ວານນີ້



    ການສອບເສັງຈົບຊັ້ນມັດ ທະຍົມຕອນຕົ້ນ ມ 4 ສົກຮຽນປີ 2013-2014,ໄດ້ເລີ່ມຂຶ້ນພ້ອມກັນໃນທົ່ວປະເທດແຕ່ວັນທີ 17-19 ມິຖຸນານີ້, ຊຶ່ງມີການສອບເສັງ ທັງໝົດ 5 ວິຊາຄື:ພາສາລາວ- ວັນນະຄະດີ, ສຶກສາພົນລະ ເມືອງ, ວິທະຍາສາດ -ທຳມະຊາດ, ວິທະຍາສາດສັງຄົມ ແລະ ວິຊາຄະນິດສາດ ໂດຍທົ່ວປະເທດມີຜູ້ ສອບເສັງຈົບຊັ້ນ ມ 4 ທັງໝົດ 80.521 ຄົນ, ຍິງ 37.919 ຄົນ, ມີ 421 ສູນ ສອບເສັງ ແລະ 3.578 ຫ້ອງສອບເສັງ. ສະເພາະ ຢູ່ນະຄອນຫລວງວຽງຈັນມີນັກ ຮຽນສອບເສັງ ທັງໝົດ 11.740 ຄົນ, ຍິງ 5.683 ຄົນ, ມີ 24 ສູນ ສອບເສັງ ແລະ 459 ຫ້ອງສອບ ເສັງ.
       ທ່ານ ຄຳຕັນ ໄຊມານະ ຜູ້ອຳນວຍການໂຮງຮຽນມັດທະ ຍົມສຶກສາສົມບູນວຽງຈັນທັງ ເປັນປະທານສູນສອບເສັງ ມສ. ວຽງຈັນ ໃຫ້ຮູ້ວ່າ: ການຈັດຕັ້ງສອບເສັງຈົບຊັ້ນນີ້, ແມ່ນເພື່ອ ເປັນການປະເມີນຜົນຕໍ່ການຄຸ້ມຄອງບໍລິຫານໂຮງຮຽນໂດຍ
ສະເພາະທາງດ້ານການຮຽນ-ການສອນ ແລະ ການຈັດຕັ້ງປະຕິບັດ ໂຄງການຫລັກສູດຂອງຄູ-ອາຈານ, ເປັນການວັດແທກຢ່າງ ຮອບດ້ານລະດັບຄວາມຮູ້, ຄວາມສາມາດຂອງນັກຮຽນທີ່ ໄດ້ຮ່ຳຮຽນຕາມໂຄງການຫລັກສູດຊັ້ນມັດທະຍົມຕອນຕົ້ນຕະ ຫລອດໄລຍະເວລາ 4 ປີ, ທັງ ເປັນການຖອດຖອນບົດຮຽນໃນການສິດສອນຂອງຄູໃນໄລຍະຜ່ານມາບົນພື້ນຖານສືບຕໍ່ເສີມ ຂະຫຍາຍດ້ານດີ ແລະ ປັບປຸງ ແບບແຜນວິທີສິດສອນໃຫ້ມີປະ ສິດທິຜົນສູງຂຶ້ນໃນປີຕໍ່ໄປ ເພື່ອແນໃສ່ຊຸກຍູ້ການພັດທະນາ ການສຶກສາໃຫ້ມີຄຸນນະພາບດີຂຶ້ນ ເລື້ອຍໆ.
     ສຳລັບຢູ່ສູນສອບເສັງ ມສ.ວຽງຈັນ ມີຈຳນວນນັກ ຮຽນເຂົ້າສອບເສັງທັງໝົດ 1.614 ຄົນ, ຍິງ 839 ຄົນ ຊຶ່ງມາ ຈາກ 17 ໂຮງຮຽນໃນເຂດອ້ອມ ຂ້າງ, ມີຫ້ອງສອບເສັງ 66 ຫ້ອງ, ໃນນີ້ມີອາຈານຍາມຫ້ອງສອບ ເສັງຈຳນວນ 137 ຄົນ ທີ່ມາຈາກ ໂຮງຮຽນແຫ່ງຕ່າງໆພາຍໃນນະຄອນຫລວງວຽງຈັນເພື່ອເລັ່ງໃສ່ໃຫ້ການສອບເສັງມີຄວາມໂປ່ງ ໃສ ແລະ ຄຸນນະພາບ.

No comments:

Post a Comment