ໃນວັນທີ 17 ມິຖຸນານີ້, ຢູ່ກະ ຊວງວິທະຍາສາດ
ແລະ ເຕັກໂນໂລຊີ (ກວຕ), ໄດ້ມີພິທີມອບ-ຮັບ ໜ້າທີ່ໃໝ່ລະຫວ່າງ ທ່ານ ດຣ. ນາງ ຂັນລາສີ
ແກ້ວບຸນພັນ ຮອງຫົວໜ້າກົມການຄ້າພາຍໃນກະ ຊວງອຸດສາຫະກຳ ແລະ ການຄ້າ ເປັນຫົວໜ້າກົມຊັບສິນທາງປັນຍາຜູ້ໃໝ່,
ສ່ວນທ່ານ ສີທະ ຜຸຍຍະວົງ ຫົວໜ້າກົມຊັບສິນທາງປັນຍາຜູ້ເກົ່າຮັບນະໂຍບາຍບຳນານ,
ໂດຍມີ ທ່ານ ສຈ.ດຣ ບໍ່ວຽງຄຳ ວົງດາລາ ລັດ ຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ,
ພ້ອມລັດຖະ ມົນຕີຊ່ວຍວ່າການ, ຫົວໜ້າກົມ, ແລະ ພະນັກງານພາຍໃນກະ ຊວງວິທະຍາສາດ ແລະ
ເຕັກໂນໂລຊີເຂົ້າຮ່ວມ.
ການມອບຮັບຕຳແໜ່ງໃນຄັ້ງນີ້ແມ່ນອີງຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ
70/ນຍ ລົງວັນທີ 20/04 /2006 ວ່າດ້ວຍລະບອບປະກັນສັງຄົມພາກລັດຕໍ່ພະນັກງານ-ລັດຖະ
ກອນ, ທະຫານ, ຕຳຫລວດ, ອີງຕາມອາຍຸກະສຽນ, ອາຍຸການປະ ຕິວັດຂອງພະນັກງານເພື່ອເປັນການປະຕິບັດນະໂຍບາຍ
ແລະ ຮັກສາສຸຂະພາບຂອງພະນັກງານ, ອີງຕາມຄວາມ
ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່
ກວຕ ແລະ ປະຕິບັດຕາມຂໍ້ຕົກ ລົງຂອງລັດຖະມົນຕີວ່າການ ກວຕ ສະບັບເລກທີ 0832/ກວຕ ລົງວັນທີ
21 ທັນວາ 2011 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຊັບສິນທາງປັນຍາ.
ໂອກາດດັ່ງກ່າວ, ທ່ານ ບໍ່ວຽງຄຳ ວົງດາລາ
ກໍໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນໃຫຍ່ຫລວງຂອງທ່ານ ສີທະ ຜຸຍຍະວົງ ເຂົ້າໃນພາລະກິດປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະກໍແມ່ນໄດ້ປະກອບສ່ວນເຮັດໜ້າທີ່ການເມືອງຂອງກະຊວງວິທະ
ຍາສາດ ແລະ ເຕັກໂນໂລຊີ ປະ ສົບຜົນສຳເລັດເປັນແຕ່ລະບາດກ້າວມາ ພ້ອມທັງຕີລາຄາສູງ
ແລະ ສະແດງຄວາມຍິນດີໃນ ການມາຮັບໜ້າທີ່ໃໝ່ຂອງທ່ານ ດຣ.ນາງ ຂັນລາສີ ແກ້ວບຸນພັນ.
No comments:
Post a Comment