Ad

Ad

30 June 2014

ສານປະຊາຊົນນະຄອນຫລວງຕັດສີນລົງໂທດຜູ້ຄ້າຂາຍຢາເສບຕິດຈຳຄຸກ 8 ປີ



       ໃນອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງ ຈັນ, ໄດ້ຕັດສີນລົງໂທດທ້າວ ຄຳສະຖິດ ອາຍຸ 24 ປີ ຢູ່ບ້ານ ໂນນບໍ່ແກ້ວເມືອງໄຊທານີ, ນະຄອນຫລວງວຽງຈັນ ໃຫ້ຈຳຄຸກ ເປັນເວລາ 8 ປີ ພ້ອມປັບໃໝເງິນ 64 ລ້ານກີບ ໂດຍຜູ້ກ່ຽວ ຖືກເຈົ້າໜ້າທີ່ກັກຕົວໄດ້ເມື່ອວັນທີ 7 ພຶດສະພາ 2013 ໃນຂໍ້ຫາຄ້າຂາຍຢາເສບຕິດພ້ອມຍຶດຂອງກາງຢາບ້າຈຳນວນ 400 ເມັດ.
       ເຈົ້າໜ້າທີ່ ປກສ ເມືອງໄຊ ທານີ ໃຫ້ຮູ້ວ່າ: ທ້າວ ຄຳສະຖິດ ໄດ້ເຄື່ອນໄຫວຄ້າຂາຍຢາເສບ ຕິດມາດົນແລ້ວໃນເຂດເມືອງ ໂດຍຢາບ້າທີ່ນຳມາຂາຍແມ່ນເອົາມາຈາກເຄືອຂ່າຍຄ້າຢາເສບຕິດໃນເມືອງໄຊທານີເຊິ່ງເຈົ້າ ໜ້າທີ່ພວມມີແຜນຈັບກຸມຂະ ບວນການດັ່ງກ່າວມາລົງໂທດຕາມກົດໝາຍໃຫ້ໄດ້ໂດຍໄວ.

No comments:

Post a Comment