ເປັນອັນວິຕົກຢ້ານກົວກັນມາເປັນເວລາດົນສົມຄວນ, ໃນ
ທີ່ສຸດກະແສວ່າມີກຸ່ມຄົນບໍ່ດີລັກ ເດັກນ້ອຍຢູ່ປະເທດເຮົາກໍ ເປັນພຽງຂ່າວລື, ພາຍຫລັງກະຊວງປ້ອງກັນຄວາມສະຫງົບໄດ້ອອກມາຢືນຢັນຜ່ານແຈ້ງການເມື່ອ
ວັນທີ 26 ມິຖຸນາ 2014 ໂດຍລະບຸວ່າ: ກະຊວງປ້ອງກັນຄວາມສະຫງົບແຈ້ງມາຍັງສຳນັກ ງານ-ອົງການ,
ອຳນາດການປົກຄອງທ້ອງຖິ່ນ, ພະນັກ ງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດຊາບວ່າ:
ຜ່ານການກວດກາຕົວຈິງຂອງກຳລັງປ້ອງກັນ ຄວາມສະຫງົບໂດຍສະເພາະຢູ່ບັນດາແຂວງທີ່ພົວພັນກັບຂ່າວລືວ່າມີກຸ່ມຄົນບໍ່ດີໂດຍສະເພາະ
ຄົນຕ່າງດ້າວລັກຈັບເດັກນ້ອຍ ໄປເພື່ອຂ້າເອົາອະໄວຍະວະ ຕ່າງໆຊຶ່ງໄດ້ເຮັດໃຫ້ສັງຄົມເກີດຄວາມແຕກຕື່ນຢ້ານກົວຢູ່ຫລາຍແຂວງເຊັ່ນ:
ແຂວງສາລະວັນ, ຄຳມ່ວນ, ວຽງຈັນ ແລະ ນະ ຄອນຫລວງເລື່ອງດັ່ງກ່າວນັ້ນ, ແມ່ນບໍ່ມີມູນຄວາມຈິງ
ແລະ ທັງ ໝົດນັ້ນເປັນກົນອຸບາຍເລ່ ຫລ່ຽມຂອງສັດຕູ ແລະ ກຸ່ມຄົນບໍ່ດີເພື່ອ ສ້າງຄວາມປັ່ນປ່ວນ,
ຍຸແຍ່ໃສ່ ຮ້າຍປ້າຍສີໃຫ້ສັງຄົມພວກເຮົາບໍ່ມີຄວາມສະຫງົບ
ແລະ ເພື່ອຜົນ ປະໂຫຍດດ້ານອື່ນໆທີ່ພວກມັນ
ຕ້ອງການ. ສະນັ້ນເພື່ອຍົກສູງ ສະຕິລະວັງຕົວຕອບຕ້ານທຸກກົນ ອຸບາຍປັ່ນ ປ່ວນ ຫລື ຂ່າວລືທີ່
ບໍ່ມີມູນຄວາມຈິງດັ່ງກ່າວ ແລະ ຖ້າບຸກຄົນໃດພົບເຫັນ ຫລື ໄດ້ຍິນ ຫາງສຽງ ແລະ ຂ່າວລືຕ່າງໆ
ທີ່ບໍ່ດີຕໍ່ ສັງຄົມໃຫ້ລາຍງານຕໍ່ເຈົ້າໜ້າທີ່,ອຳນາດການປົກຄອງ ຫລື ພາກສ່ວນກ່ຽວຂ້ອງເພື່ອສະກັດກັ້ນ
ແລະ ແກ້ໄຂໃຫ້ທັນການ.
No comments:
Post a Comment