Ad

Ad

26 June 2014

ຂ້າຜົວຍ້ອນຄຽດຜົວບໍ່ໄປຊອກຫາວຽກເຮັດງານທຳ



    ນາງ ຄູນ ອາຍຸ 43 ປີ ຢູ່ບ້ານ ປາກແຟນ, ເມືອງຊຽງເງິນ ແຂວງຫລວງພະບາງ, ຖືກເຈົ້າໜ້າທີ່ກັກໂຕມາດຳເນີນຄະດີໃນຂໍ້ ຫາຄາດຕະກຳທ້າວ ຮອນ ອາຍຸ 52 ປີ ດ້ວຍການເອົາຢາ ເບື່ອປະສົມນ້ຳໝາກໄມ້ໃຫ້ຜົວ ດື່ມຈົນເສຍຊີວິດ.
     ເຈົ້າໜ້າທີ່ ປກສ ເມືອງ ຊຽງເງິນໃຫ້ຮູ້ວ່າ: ເຫດຄາດຕະກຳດັ່ງກ່າວໄດ້ເກີດຂຶ້ນ ເມື່ອຕົ້ນ ເດືອນມິຖຸນາ 2014 ນີ້, ຜູ້ເສຍຊີ ວິດຊື່ທ້າວຮອນອາຍຸ 52 ປີ, ສະ ພາບ ສົບແມ່ນມີເລືອດໄຫລອອກມາຈາກຫູ, ຕາ ແລະ ປາກ, ຈຶ່ງ ໄດ້ສອບຖາມເມຍຂອງ ຜູ້ເສຍຊີ ວິດຊື່ນາງຄູນອາຍຸ 43 ປີ ເພື່ອ ຊອກຫາກົກປາຍສາເຫດການ ຕາຍແຕ່ຜູ້ກ່ຽວບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ແລະ ທັງມີທ່າ ທີບໍ່ເໝາະສົມຕໍ່ເຈົ້າໜ້າທີ່ນຳອີກ,ຫລັງຈາກນັ້ນ, ເຈົ້າໜ້າທີ່ຈຶ່ງ   ໄດ້ປະສານກັບອຳນາດການປົກຄອງບ້ານ ແລະ ຜູ້ ເຫັນເຫດການເພື່ອດຳເນີນການສຶບສວນ-ສອບສວນຢ່າງລະອຽດ ແລະ ໃນທີ່ສຸດຜູ້ເປັນເມຍຈຶ່ງຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ:
ເປັນຜູ້ລົງ ມືຂ້າຜົວຂອງຕົນເອງດ້ວຍການຍ່ອງເອົານ້ຳໃບງ້ວນ (ພືດທີ່ມີ ສານເບື່ອ) ມາປະສົມກັບນ້ຳ ໝາກໄມ້ໃຫ້ຜົວດື່ມໃນ ຂະນະຜົວບໍ່ສະບາຍນອນຢູ່ເຮືອນຍ້ອນຄຽດໃຫ້ຜົວທີ່ບໍ່ໄປຊອກຫາວຽກ ເຮັດງານທຳ.
    ສຳລັບນາງ ຄູນ ແລະ ທ້າວ ຮອນ ໄດ້ສ້າງຄອບຄົວນຳກັນມາໄດ້ 20 ກວ່າປີ, ມີລູກນຳກັນ 6 ຄົນ ແລະ ໃນໄລຍະຜ່ານ ມາທັງສອງແມ່ນມີປາກສຽງຜິດຖຽງກັນເປັນປະຈຳກ່ອນຊີວິດຂອງຜົວຈະຈົບລົງດ້ວຍເງື່ອມມືຂອງເມຍ.      

No comments:

Post a Comment