Ad

Ad

26 June 2014

ຈະແກ້ໄຂບັນຫາເສັ້ນທາງເປຶະເປື້ອນໃນຍາມຝົນແນວໃດ



   ປັດຈຸບັນນະຄອນຫຼວງວຽງຈັນ ພວມສຸມໃສ່ການພັດທະນາ ພື້ນຖານໂຄງລ່າງ ເພື່ອກຽມເຂົ້າສູ່ປະຊາຄົມອາຊຽນໃນປີ 2015 ບົນຈິດໃຈຄຳຂວັນ 6 ສ ດ້ວຍຄວາມ ກະຕືລືລົ້ນ, ໂດຍສະເພາະແມ່ນການກໍ່ສ້າງ ​ແລະ ຍົກລະດັບເສັ້ນທາງຫຼາຍໆສາຍໃຫ້ ການສັນຈອນມີຄວາມສະດວກສະບາຍ, ​ເປັນ​ລະບຽບ​ຮຽບຮ້ອຍ  ແລະ ສວຍສົດ ງົດງາມ, ແຕ່ກໍ ເປັນໜ້າເສຍດາຍພໍຕົກຮອດລະດູຝົນເສັ້ນທາງດັ່ງກ່າວເກີດມີສະ ພາບເປຶະເປື້ອນ, ເຕັມໄປດ້ວຍຂີ້ຕົມຂີ້ຝຸ່ນ, ໂດຍສະເພາະແມ່ນ ເສັ້ນທາງເຊື່ອມຕໍ່​ໃສ່ທາງ ຮ່ອມທີ່ບໍ່ທັນໄດ້ປູຢາງ ແລະ ບ່ອນເປ່ເພຊຸດ​ໂຊມ​, ອັນ​ໄດ້ສ້າງ​ຄວາມ​ບໍ່​ຈົບ​ບໍ່​ງາມ​ໃຫ້​ຜູ້​ທຽວ​ທາງ,​ ແຕ່​ພາກສ່ວນ​ກ່ຽວຂ້ອງ​ຊຳ​ພັດ​ຍັງ​ບໍ່​ໄດ້​ເອົາ​ໃຈ​​ໃສ່​ປົວ​ແປງຈຶ່ງ​ເຮັດ​ໃຫ້​​ເສັ້ນທາງ​ບາງ​ແຫ່ງ​ຫຼາຍ​ຂຶ້ນ, ດັ່ງ​ນັ້ນ​ຈຶ່ງ​ຮຽກຮ້ອງ​ໃຫ້ພາກສ່ວນ​ກ່ຽວຂ້ອງ​ຈົ່ງ​ໄດ້​ເປັນ​ເຈົ້າ​ການ​ປັບປຸງ​, ປົວ​ແປງ,​ ເພື່ອ​ສ້າງ​ໃຫ້​ນະຄອນຫຼວງ​ວຽງ​ຈັນມີຄວາມ​ສະອາດ​ສວຍ​ງາມ, ການ​ຄົມມະນາ​ຄົມ​ມີ​ຄວາມ​ສະດວກ​ສະບາຍ.

No comments:

Post a Comment