ໃນວັນທີ 24 ມິຖຸນານີ້, ຢູ່ນະຄອນຫລວງວຽງຈັນ, ກະຊວງແຜນການ
ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານລາວ ເປີດການປຶກສາຫາລືກັບຜູ້ຕາງໜ້າບັນດາ ປະເທດຄູ່ຮ່ວມພັດທະນາ
ເພື່ອແລກປ່ຽນຄຳຄິດເຫັນເຂົ້າໃສ່ແຜນພັດທະນາເສດ ຖະກິດ- ສັງຄົມ 5 ປີຄັ້ງທີ VIII( 2016-
2020) ແນໃສ່ຮັບປະກັນໃຫ້ແຜນພັດ ທະນາດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ສອດຄອງກັບສະພາບຕົວຈິງຂອງ
ສປປ ລາວ ແລະ ສາມາດບັນລຸໄດ້ໝາກຜົນໃນການຈັດຕັ້ງປະຕິບັດໄດ້ເປັນຢ່າງດີ.
ສຳລັບແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ
VIII ມີເປົ້າໝາຍລວມຄື:ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍ ຕົວຕໍ່ເນື່ອງດ້ວຍຈັງຫວະໄວ ແລະ ຍືນຍົງ
ແລະ ມີຄຸນນະພາບຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຮັບປະກັນ ສະຖຽນລະ ພາບດ້ານເສດຖະກິດມະຫາພາກ,
ຄວາມດຸ່ນດ່ຽງລະຫວ່າງການພັດທະນາ ແລະ ການສະໜອງທຶນ, ຮັບປະ ກັນການພັດ ທະນາທີ່ສອດຄ່ອງກົມກຽວລະຫວ່າງການພັດທະນາເສດຖະກິດ,
ວັດທະນະທຳ-ສັງຄົມ ແລະ ການປົກປັກຮັກ
ສາສະພາບແວດລ້ອມຕິດພັນກັບການພັດທະນາຊົນນະບົດ ແລະ
ແກ້ໄຂຄວາມທຸກຍາກ, ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ຍົກສູງດ້ານສີມືແຮງງານ ເພື່ອໃຫ້ສາມາດແຂ່ງຂັນໄດ້ທັງພາຍໃນ
ແລະ ພາກພື້ນ, ຮັກສາສະຖຽນລະ ພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ,
ສ້າງສັງຄົມສາມັກ ຄີປອງດອງ, ປະຊາທິ ປະໄຕ, ຍຸຕິທຳ ແລະ ສີວິໄລ, ພ້ອມທັງສືບຕໍ່ເປີດກວ້າງການຮ່ວມມືກັບສາກົນດ້ວຍຫລາຍຮູບແບບ
ຢ່າງເປັນເຈົ້າການຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ້າງເງື່ອນໄຂອຳນວຍ ການເຊື່ອມໂຍງກັບພາກພື້ນ
ແລະ ສາກົນ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ
ຄຳລຽນ ພົນເສນາ ກ່າວວ່າ: ປັດຈຸບັນການຊ່ວຍ ເຫລືອຈາກປະເທດຄູ່ຮ່ວມເພື່ອການພັດທະນາ
(ODA) ກວມເອົາຫລາຍກວ່າ 20% ຂອງການ ລົງທຶນທັງໝົດໃນແຕ່ລະ ປີ, ດ້ວຍເຫດນັ້ນແຜນພັດທະນາເສດຖະກິດ-ສັງຄົມ
5 ປີຄັ້ງທີ VIII ຈຶ່ງ ມີຄວາມສຳຄັນຍິ່ງສຳລັບຄູ່ຮ່ວມພັດທະນາເພື່ອນຳໄປ ເປັນບ່ອນອີງໃນການຂຶ້ນແຜນສືບຕໍ່ຊ່ວຍເຫລືອໃຫ້ແກ່
ສປປ ລາວ ໃນຕໍ່ໜ້າ, ໂດຍເປົ້າໝາຍສຳຄັນຂອງການພັດທະນາຍັງ ແມ່ນສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ໄດ້ຢ່າງໜັກ
ແໜ້ນ, ທັງສາມາດບັນລຸເປົ້າໝາຍສະຫັດສະວັດ ເພື່ອການພັດທະນາຢ່າງສົມບູນ, ນຳເອົາປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ
2020.
No comments:
Post a Comment