Ad

Ad

25 June 2014

ການສອບເສັງຈົບຊັ້ນ ມ 7 ໄຂຂຶ້ນພ້ອມກັນແລ້ວທົ່ວປະເທດແຕ່ວັນທີ 24-27 ມິຖຸນານີ້



    ການສອບເສັງຈົບຊັ້ນມັດທະ ຍົມສຶກສາຕອນປາຍ ມ 7 ປະຈຳ ສົກຮຽນປີ 2013-2014 ໄດ້ໄຂຂຶ້ນພ້ອມກັນແລ້ວທົ່ວ ປະເທດໃນລະຫວ່າງວັນທີ 24-27 ມິຖຸນານີ້, ໂດຍທົ່ວປະເທດມີນັກຮຽນມີສິດສອບເສັງທັງໝົດ 49.410 ຄົນ, ໃນນັ້ນຍິງ 22.463 ຄົນ, ມີ 227 ສູນສອບເສັງໃນ 8 ວິຊາຮຽນຄື: ພາສາລາວ- ວັນນະຄະດີ, ສຶກ ສາພົນລະເມືອງ, ພູມສາດ, ເຄມີ ສາດ, ຟີຊິກສາດ, ຊີວະສາດ, ປະຫວັດສາດ ແລະ ຄະນິດສາດ. ສຳ ລັບນະຄອນຫລວງວຽງຈັນມີຜູ້ ສອບເສັງ ທັງໝົດ 8.747 ຄົນ, ຍິງ 4.303 ຄົນ, ມີ 18 ສູນສອບເສັງ ແລະ 394 ຫ້ອງສອບເສັງ.
     ທ່ານ ວັນນາ ກ້ອນສູນທາສຸກ ຮອງອຳນວຍການໂຮງຮຽນມັດທະຍົມປາຍມິດຕະພາບນະຄອນຫລວງວຽງຈັນ-ນະຄອນ ໂຮ່ຈີມິງທັງເປັນປະທານສູນສອບເສັງໂຮງຮຽນດັ່ງກ່າວ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນພັດທະນາການສຶກສາຂອງກະຊວງ ສຶກສາທິການ ແລະ ກິລາ ໃນການຈັດຕັ້ງການສອບເສັງຈົບຊັ້ນ ມ 7 ພ້ອມກັນໃນທົ່ວປະເທດເພື່ອເປັນການປະເມີນຜົນຕໍ່ ການຄຸ້ມຄອງບໍລິຫານໂຮງຮຽນໂດຍສະເພາະທາງດ້ານການຮຽນ-ການສອນ ແລະ ການຈັດຕັ້ງປະຕິບັດໂຄງການຫລັກສູດ
ຂອງຄູອາຈານພ້ອມທັງຕີລາຄາຜົນການຮ່ຳຮຽນຂອງນັກຮຽນແນໃສ່ກະຕຸກຊຸກຍູ້ການພັດທະນາການສຶກສາໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ. ຕາມໂຄງການຫລັກສູດຊັ້ນມັດທະຍົມຕອນປາຍໃນການສິດ ສອນຂອງຄູໃນໄລຍະຜ່ານມາບົນພື້ນຖານສືບ ຕໍ່ເສີມຂະຫຍາຍ ດ້ານດີ ແລະ ປັບປຸງແບບແຜນວິທີສິດສອນໃຫ້ມີປະສິດທິຜົນສູງຂຶ້ນໃນສົກຮຽນຕໍ່ໄປ.
     ສະເພາະຢູ່ສູນສອບເສັງ ມ. ປາຍ ມິດຕະພາບນະຄອນ ຫລວງວຽງຈັນ-ນະຄອນໂຮ່ຈິ ມິນ ມີນັກຮຽນສອບເສັງທັງໝົດ 600 ຄົນ, ຍິງ 342 ຄົນ, ເຊິ່ງມາ ຈາກ 6 ໂຮງຮຽນທັງພາກລັດ ແລະ ເອກະຊົນໃນຂອບເຂດນະ ຄອນຫລວງວຽງຈັນ, ມີຫ້ອງ ສອບເສັງ 27 ຫ້ອງ ໃນນີ້ມີຄະນະ ກຳມະການຍາມຫ້ອງສອບເສັງທັງ ໝົດ 56 ຄົນ ທີ່ມາຈາກໂຮງຮຽນແຫ່ງຕ່າງໆ ພາຍໃນນະຄອນຫລວງວຽງຈັນ.

No comments:

Post a Comment