Ad

Ad

25 June 2014

ລາວ-ໄທ ສືບຕໍ່ຮ່ວມມືດ້ານທະນາຄານ



        ກອງປະຊຸມທະວິພາຄີລະ ຫວ່າງທະນາຄານແຫ່ງ ສປປ ລາວ ກັບທະນາ ຄານແຫ່ງປະເທດໄທໄດ້ສຳເລັດລົງດ້ວຍໝາກ ຜົນອັນຈົບງາມໃນວັນທີ 21 ມິຖຸ ນາຜ່ານມາພາຍຫລັງດໍາເນີນມາທີ່ໂຮງແຮມຈໍາປາສັກແກຣນ ເມືອງປາກເຊ ແຂວງ ຈໍາປາສັກ ໂດຍການເປັນປະທານຮ່ວມ ຂອງທ່ານ ດຣ ສົມພາວ ໄຟສິດ ຜູ້ວ່າການ ທະນາຄານແຫ່ງ ສປ ປ ລາວ ແລະ ທ່ານ ດຣ ປຣະ ສານ ໄຕຼຣັດວໍຣະກຸນ ຜູ້ວ່າ ການທະນາຄານແຫ່ງປະເທດໄທເຊິ່ງ ກອງປະຊຸມໄດ້ທົບທວນຄືນຜົນ ການພົວພັນ - ຮ່ວມມືລະ ຫວ່າງທະນາຄານກາງຂອງສອງປະເທດລາວ - ໄທ ໃນໄລຍະຜ່ານ ມາ ແລະ ຜູ້ວ່າການທະນາຄານ ທັງສອງ ຍັງມຸ້ງໝັ້ນວ່າ : ຈະສືບຕໍ່ເພີ່ມການພົວພັນ - ຮ່ວມມືກັນຕື່ມໃນອະນາຄົດບົນພື້ນຖານ ກອບການຮ່ວມມືຂອງລັດຖະ ບານ ລາວ - ໄທ.     
        ກອງປະຊຸມ ໄດ້ຮັບຟັງການ ລາຍງານສະພາບເສດຖະກິດ - ເງິນຕາໃນປະຈຸບັນ ແລະ ທິດ ທາງຕໍ່ໜ້າຂອງສປປ ລາວ ແລະ ຣາຊະອານາຈັກໄທ, ເວົ້າສະ ເພາະໃນປີ 2013 ເສດຖະກິດ ສປປ ລາວ ສືບຕໍ່ຂະຫຍາຍຕົວ ໃນລະດັບ 8% ຊຶ່ງປັດໃຈ ຊຸກຍູ້ແມ່ນມາຈາກການລົງທຶນຂອງ ຕ່າງປະເທດໃນຂະແໜງພະລັງ ງານໄຟຟ້ານ້ຳຕົກ ແລະ ຜົນຂອງການດຳເນີນນະໂຍບາຍ
ຜ່ອນຄາຍ ເພື່ອກະຕຸ້ນເສດຖະກິດ, ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ ຄືໃນເດືອນທັນວາ 2013 ຜ່ານມາຢູ່ໃນລະດັບ 6,65% ມາເປັນ 4,37% ໃນເດືອນພຶດສະພາ 2014, ປັດຈຸບັນຢູ່ ສປປ ລາວ ມີ ທະນາຄານ 34 ແຫ່ງ, ມີຍອດຊັບສິນທັງໝົດໃນ ເດືອນມີນາປີນີ້ເພີ່ມຂຶ້ນ 7,75% ທຽບໃສ່ທ້າຍປີ 2013, ຂະແໜງການເງິນໄດ້ປະກອບສ່ວນຊຸກຍູ້ເສດຖະກິດຢ່າງຕໍ່ເນື່ອງ ເຫັນໄດ້ຈາກອັດຕາສ່ວນ M2/GDP ສືບຕໍ່ເພີ່ມຂຶ້ນໃນແຕ່ ລະປີຈາກ 52,64% ໃນທ້າຍປີ 2013 ມາເປັນ 55,27% ໃນເດືອນ ມີນາ 2014, ເຖິງວ່າຄວາມຕ້ອງການເງິນຕາຕ່າງປະເທດຂອງ ພາຍໃນຍັງສູງແຕ່ລະດັບການນຳໃຊ້ເງິນຕາຫຼາຍສະ ກຸນໃນສັງຄົມໄດ້ຄ່ອຍຫຼຸດລົງ, ສິນເຊື່ອຍັງຂະຫຍາຍຕົວແຮງຊຸກຍູ້ການພັດທະນາເສດຖະກິດ, ອັດຕາໜີ້ບໍ່ເກີດດອກອອກ ຜົນໃນເດືອນມີນາປີນີ້ຢູ່ໃນລະດັບ 1,97%, ຕະຫຼາດ ຫຼັກຊັບມີ 3 ບໍລິສັດຈົດທະບຽນ, ສະເລ່ຍ 5 ເດືອນຕົ້ນປີ 2014 ມີມູນຄ່າ 9.002 ຕື້ກ່ວາກີບ ກວມ ເອົາ 10% ຂອງ GDP ແລະບັນ ຫາທ່າອ່ຽງເສດຖະກິດຂອງ ສປປ ລາວໃນທ້າຍປີ 2014.      
         ກອງປະຊຸມຍັງປຶກສາຫາລືກ່ຽວກັບບັນຫາສຳຄັນອື່ນໆ, ພ້ອມທັງສະຫຼຸບຜົນການຮ່ວມມື ແລະຊ່ວຍເຫຼືອກັນໃນຂົງ ເຂດທະນາຄານ ໃນ 2 ປີມານີ້ ທະນາ ຄານແຫ່ງປະເທດໄທໄດ້ໃຫ້ການຝຶກອົບຮົມແກ່ພະນັກງານທະນາຄານແຫ່ງ ສປປ ລາວ ຢູ່ ລາວມີ ທັງໝົດ 7 ຫົວຂໍ້, ໄປຖອດຖອນບົດຮຽນທີ່ປະເທດໄທ 6 ຫົວຂໍ້, ນອກຈາກການຮ່ວມມືດ້ານການພັດທະນາບຸກ ຄະລາກອນຂອງ ສອງທະນາຄານກາງແລ້ວຍັງຈັດກອງປະຊຸມລະຫວ່າງທະນາຄານກາງ ແລະ ທະນາຄານທຸລະກິດຂອງລາວ - ໄທ ເພື່ອສະ ໜັບສະໜູນການຮ່ວມມືຂອງທະນາຄານທຸລະກິດຂອງສອງປະ ເທດ, ໃນຂະນະດຽວກັນທະນາຄານກາງລາວ - ໄທຍັງຈັດການແຂ່ງຂັນກິລາມິດຕະພາບໂດຍ ການຜັດປ່ຽນກັນເປັນເຈົ້າພາບປີລະຄັ້ງ ແລະ ໃນຕໍ່ໜ້ານີ້ທະນາ ຄານກາງຂອງ ສອງປະເທດຍັງຈະສືບຕໍ່ພົວພັນ ແລະ ຮ່ວມມືກັນ ໂດຍທະນາຄານແຫ່ງປະເທດໄທຈະໃຫ້ການຊ່ວຍເຫຼືອດ້ານວິຊາ ການ ໂດຍຈະສົ່ງວິທະຍາກອນ ຈາກປະເທດໄທມາໃຫ້ຄວາມຮູ້ ແກ່ພະນັກງານທະນາຄານຂອງລາວຢູ່ ສປປ ລາວ 9 ຫົວຂໍ້, ໄປ ຖອດຖອນບົດຮຽນທີ່ປະເທດໄທ ມີ 10 ຫົວຂໍ້, ນອກນັ້ນ ຍັງຈະຈັດໃຫ້ມີການແຂ່ງຂັນກິລາມິດຕະພາບເຊິ່ງຈະຈັດຂຶ້ນ ເປັນຄັ້ງທີ 11 ທີ່ທະນາຄານແຫ່ງປະເທດໄທໃຫ້ກຽດເປັນເຈົ້າພາບໃນທ້າຍປີ 2014 ນີ້.    

No comments:

Post a Comment