ສື່ມວນຊົນແມ່ນກະບອກສຽງທີ່ສຳຄັນໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ກັບປະ
ຊາຊົນ ດັ່ງນັ້ນຜູ້ເຮັດວຽກງານດ້ານນີ້ ຕ້ອງມີຄວາມສະດຸ້ງໄວ, ຮູ້ ແລະ ເຂົ້າໃຈບັນຫາຕ່າງໆຢ່າງຖືກຕ້ອງກ່ອນຄົນອື່ນ
ເພື່ອນຳມາເຜີຍແຜ່ໃຫ້ໄວທັນກັບສະ ພາບການ, ຄົບຖ້ວນ, ຊັດເຈນ, ຮອບຄອບ ແລະ
ມີຄວາມຮັບຜິດ ຊອບສູງ, ດັ່ງທີ່ພວກເຮົາຮູ້ດີແລ້ວວ່າ: ປັດຈຸບັນນີ້ ລັດຖະບານລາວ
ພວມສຸມໃສ່ການກໍ່ສ້າງພື້ນ ຖານໂຄງລ່າງຂອງປະເທດໃຫ້ມີຄວາມຈະເລີນສີວິໄລ,
ໃຫ້ສາ ມາດຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2015 ຕາມເປົ້າໝາຍທີ່ກຳນົດໄວ້.
ໃນນັ້ນ, ວຽກ ງານທີ່ສຳຄັນ ໄດ້ສຸມໃສ່ກໍຄືການພັດທະນາຊົນນະບົດເຂດຫ່າງໄກສອກຫລີກ,
ເຊິ່ງວຽກງານດັ່ງ ກ່າວ ທຸກຂະແໜງການກໍໄດ້ປະ ກອບສ່ວນຢ່າງຕັ້ງໜ້າໃນນີ້ສື່ມວນຊົນກໍເປັນສ່ວນໜຶ່ງທີ່ສຳ
ຄັນໃນການດຶງດູດເອົາການຊ່ວຍເຫລືອຈາກຊາວຕ່າງຊາດ ໂດຍສະແດງອອກໃຫ້ເຫັນວ່າ
ມີຫລາຍໆໂຄງ ການທີ່ເຂົ້າມາຊ່ວຍເຫລືອປະຊາຊົນລາວ ໂດຍສະເພາະເຂດຫ່າງໄກສອກຫລີກ
ເພື່ອໃຫ້ເຂົາເຈົ້າໄດ້ມີເຕັກນິກອັນໃໝ່
ຊ່ວຍໃນການທຳມາຫາກິນ, ໄດ້ມີວຽກເຮັດງານທຳ, ມີລາຍໄດ້ທຸກມື້ ເພື່ອນຳມາພັດທະນາຄອບຄົວຂອງເຂົາເຈົ້າດີຂື້ນເທື່ອລະກ້າວ.
ສຳລັບສື່ມວນຊົນແລ້ວ ການສົ່ງ ແລະ ຕອບສະໜອງຂໍ້ມູນຂ່າວສານຈະຕ້ອງເຂົ້າເຖິງປະຊາຊົນຜູ້ທີ່ຢູ່ຫ່າງໄກສອກ ຫລີກຜູ້ທຸກຍາກຂາດເຂີນ
ໃຫ້ມີຄວາມຕຶ່ນຕົວໃນການປັບປຸງຊີ ວິດການເປັນຢູ່ຂອງຕົນໃຫ້ດີຂື້ນ. ສະນັ້ນ
ສື່ມວນຊົນເຮົາຕ້ອງຖືສຳ ຄັນຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວກໍຄືເປົ້າໝາຍແນໃສ່ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ
2020 ໃຫ້ໄດ້.
No comments:
Post a Comment