Ad

Ad

25 June 2014

CBR ປະທະກະບະດີແມັກດັບຄາທີ່ 1 ຄົນ



         ເຈົ້າໜ້າທີ່ ຈະລາຈອນນະ ຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນ ຄ່ຳຄືນວັນທີ 23 ມິຖຸນານີ້ ຢູ່ເສັ້ນທາງ 13 ເໜືອ, ເຂດ ບ້ານໜອງ ແຕ່ງໄດ້ມີອຸປະຕິເຫດລົດຈັກ ຊີບີອາ (CBR) ໝາຍເລກທະບຽນ ດກ 1213 ກຳແພງນະຄອນ ຕຳ ກັບລົດກະບະ ດີແມັກ ໝາຍເລກ ທະບຽນ ກສ 8771 ກຳແພງນະ ຄອນ ເຮັດໃຫ້ຄົນຂັບລົດຈັກ ເສຍ ຊີວິດຄາທີ່ຕາມການລົງກວດກາສະ ຖານທີ່ເກີດເຫດຂອງເຈົ້າໜ້າທີ່ພົບວ່າ: ຜູ້ເສຍຊີວິດ ຊື່ ທ້າວ ຄາວີ ອາຍຸ 26 ປີ ຢູ່ບ້ານ ຕາດ ທອງ ເມືອງສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ຂັບຂີ່ລົດຈັກ CBR ສີແດງ ໝາຍເລກທະບຽນ ດກ 1213 ຊຶ່ງມີໝູ່ຂີ່ຊ້ອນທ້າຍ  ໂດຍມຸ້ງໜ້າມາແຕ່ບ້ານ ໄຊມຸງ ຄຸນເພື່ອໄປບ້ານໜອງໜ້ຽວ ແລະ ພໍມາຮອດບ້ານໜອງແຕ່ງ ກໍໄດ້ເກີດ ອຸປະຕິເຫດຕຳກັບລົດກະບະທີ່ຂີ່ສວນມາຢ່າງຮຸນແຮງ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ, ສ່ວນໝູ້ຊ້ອນມານຳໄດ້ຮັບບາດ ເຈັບສາຫັດ, ຊຶ່ງສາເຫດຂອງການເກີດອຸປະ ຕິເຫດເຈົ້າໜ້າທີ່ ຍັງເລັ່ງສືບສວນ-ສອບສວນ.

        ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ນັບແຕ່ ຕົ້ນເດືອນມານີ້, ຢູ່ນະຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂື້ນ ກ່ວາ 60 ກໍລະນີ, ສົ່ງຜົນໃຫ້ມີຜູ້ ເສຍຊີວິດ 10 ກວ່າຄົນ, ຊຶ່ງເປັນການສູນເສຍຊີວິດຮ້າຍແຮງກວ່າໂລກລະບາດອື່ນໆ. ດັ່ງນັ້ນ ຫາກສັງຄົມບໍ່ ຊ່ວຍກັນແກ້ໄຂຜົນເສຍຫາຍດັ່ງກ່າວນັບມື້ຍິ່ງຈະເພີ່ມທະວີຂຶ້ນ.

No comments:

Post a Comment