ໃນວັນທີ
23 ມິຖຸນາ 2014 ນີ້ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍທາງການເຖິງສະຖານເອກອັກ
ຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ນະຄອນຫລວງວຽງຈັນກ່ຽວກັບສະພາບການຢູ່ທະເລຈີນໃຕ້ເຊິ່ງ
ມີເນື້ອໃນດັ່ງນີ້:
ກະຊວງການຕ່າງປະເທດແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂໍສະແດງຄວາມນັບຖືມາຍັງສະຖານເອກ ອັກຄະລັດຖະທູດແຫ່ງສາທາລະນະລັດ
ສັງຄົມນິຍົມຫວຽດນາມທີ່ນະຄອນຫລວງວຽງຈັນ, ໂດຍອີງຕາມໜັງສືສະບັບເລກທີ 335-14
/CHDSQ-LA, ລົງວັນທີ 7 ພຶດສະພາ 2014 ແລະ ສະບັບເລກທີ 438-14CHDSQ-LA, ລົງວັນທີ 5 ມິຖຸນາ
2014 ກ່ຽວກັບສະພາບ ການຢູ່ທະເລຈີນໃຕ້ ແລະ ຂໍຖືເປັນກຽດແຈ້ງໃຫ້ຊາບດັ່ງລຸ່ມນີ້:
ສປປ ລາວ ເຫັນວ່າ ທະເລ ຈີນໃຕ້ແມ່ນພາກພື້ນທີ່ມີຄວາມສຳຄັນ
ແລະ ອ່ອນໄຫວ, ສະນັ້ນ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນນີ້
ຂອງໂລກຈຶ່ງມີຄວາມສຳຄັນຫລາຍ.
ສປປ ລາວ ໄດ້ຕິດຕາມສະ ພາບຢ່າງໃກ້ຊິດ ແລະ
ມີຄວາມ ເປັນຫ່ວງຕໍ່ສະພາບການໃນທະ ເລຈີນໃຕ້ ແລະ ຮຽກ ຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຊ້ຄວາມອົດ
ກັ້ນ ແລະ ຫລີກລ່ຽງການກະ ທຳໃດໆທີ່ອາດຈະເພີ່ມຄວາມ ເຄັ່ງຕຶງຢູ່ຂົງເຂດດັ່ງ ກ່າວ ແລະ ເພື່ອແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີປາສະຈາກການຂົ່ມຂູ່
ຫລື ນຳໃຊ້ກຳລັງ, ໂດຍສອດຄ່ອງ ກັບບັນດາຫລັກ ການຂອງກົດໝາຍສາກົນ, ລວມທັງສົນທິສັນ ຍາຂອງອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ
1982 (UNCLOS).
ສປປ ລາວ ເຫັນວ່າ ທ່ວງ ທ່າທີ່ດີໃນການຈັດຕັ້ງປະຕິບັດຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍ
ໃນທະເລ ຈີນໃຕ້ (DOC), ລວມທັງທ່ວງທ່າທາງບວກຂອງການປຶກສາຫາລືທາງການກ່ຽວກັບກົດແຫ່ງການປະພຶດ
(COC) ທີ່ພວມ ດຳເນີນຢູ່ປັດຈຸບັນຄວນຈະຕ້ອງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ, ເຊິ່ງຈະເປັນການປະກອບສ່ວນໃຫ້ແກ່ການປົກປັກ
ຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນທະເລຈີນໃຕ້.
ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາທິ ປະໄຕປະຊາຊົນລາວ
ສະເໜີຂໍຄວາມຮ່ວມມືມາຍັງສະຖານ ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມຊ່ວຍແຈ້ງຂໍ້ມູນດັ່ງກ່າວໄປຍັງພາກສ່ວນກ່ຽວຂ້ອງ
ຂອງ ສສ ຫວຽດນາມ ຕາມທາງຄວນດ້ວຍ ແລະ ອີກເທື່ອໜຶ່ງຂໍສະແດງຄວາມນັບຖືຢ່າງສູງມານະໂອກາດນີ້ດ້ວຍ.
No comments:
Post a Comment