ໃນວັນທີ 24 ມິຖຸນານີ້, ຢູ່ໂຮງແຮມລາວພລາຊາ,
ນະຄອນຫລວງວຽງຈັນ, ສປປ ລາວໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາລະດັບອະນຸພາກພື້ນກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ພາຍໃຕ້ຫົວຂໍ້ “ ຄວາມມຸ້ງມາດປາຖະໜາຂອງພາກພື້ນອາຊີ-ປາຊີຟິກ
ໃນທັດສະນະແງ່ມຸມສຳລັບວາລະຂອງການພັດທະນາພາຍຫລັງປີ 2015, ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ
ລັດຖະມົນຕີຊ່ວຍວ່າ ການກະຊວງແຜນການ ແລະ ການລົງ ທຶນ, ໂດຍມີຜູ້ຕາງໜ້າອົງການ ສປຊ
ເພື່ອການພັດທະນາ ປະຈຳລາວ ແລະ ຜູ້ຕາງໜ້າ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງອື່ນໆ,
ພ້ອມດ້ວຍຜູ້ຕາງໜ້າບັນດາປະເທດອະນຸພາກພື້ນເຂົ້າຮ່ວມຫລາຍກວ່າ 60 ທ່ານ.
ໃນກອງປະຊຸມດັ່ງກ່າວ ທ່ານ ສົມຈິດ ອິນທະມິດ
ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງເປົ້າໝາຍສະຫັດສະວັດດ້ານການພັດທະນາ ຂອງບັນດາປະເທດໃນພາກພື້ນ, ເຊິ່ງສະແດງອອກໃນການຜັນຂະຫຍາຍເປົ້າໝາຍດັ່ງກ່າວ
ເຂົ້າໃນແຜນພັດທະນາແຫ່ງຊາດຂອງຕົນ, ໂດຍອີງຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະປະເທດ.
ຜ່ານການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວ ໃນທົດສະວັດທີ່ຜ່ານມາເຫັນວ່າ
ບັນດາປະເທດໃນພາກພື້ນ
ລວມ ທັງ ສປປ ລາວ, ໄດ້ມີຄວາມຄືບໜ້າໃນຫລາຍດ້ານ, ໂດຍສະເພາະການຫລຸດຜ່ອນຄວາມທຸກຍາກ.
ເຖິງແນວໃດກໍດີປະເທດຕ່າງໆຍັງປະເຊີນກັບບັນຫາທ້າທາຍຫລາຍຢ່າງທີ່ບໍ່ອາດສາມາດບັນລຸບາງຄາດໝາຍ
ໄດ້ທັນກຳນົດເວລາໃນປີ 2015 ໂດຍສະເພາະແມ່ນຄາດໝາຍກ່ຽວກັບດ້ານໂພສະ ນາການ
ແລະ ການຫລຸດຜ່ອນອັດຕາການຕາຍຂອງແມ່ບວກໃສ່ສິ່ງທ້າທ້າຍພາຍນອກທີ່ເກີດຈາກວິກິດການດ້ານການເງິນໂລກ,
ຄວາມບໍ່ໜັ້ນຄົງດ້ານສະ ບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການແຜ່ລະບາດຂອງພະຍາດຕ່າງໆ
ແລະ ທ່ານລັດຖະມົນຕີຊ່ວຍ ຍັງຊີ້ໃຫ້ເຫັນວ່າ: ການສ້າງວາລະເພື່ອການພັດທະນາ ພາຍຫລັງປີ
2015 ຄວນຢູ່ບົນພື້ນຖານຂອງຜົນການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ
ແລະ ນຳເອົາຫລັກ ການຂອງການພັດທະນາແບບຍືນຍົງທີ່ປະ ກອບດ້ວຍ 3 ດ້ານຄື: ເສດຖະ
ກິດ, ສັງຄົມ ແລະ ສິ່ງແວດລ້ອມ ໂດຍຄຳນຶ່ງເຖິງເງື່ອນໄຂ ແລະ ສະພາບຕົວຈິງຂອງແຕ່ລະປະເທດ. ການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວ ແມ່ນຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍ
ແລະ ຄວາມພະຍາຍາມໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ
2020.
ກອງປະຊຸມຄັ້ງນີ້ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການກະຕຸກຊຸກຍູ້
ເລັ່ງລັດການບັນລຸເປົ້າໝາຍສະຫັດສະວັດ (MDGs) ພາຍໃນປີ 2015 ແລະ ເປັນພື້ນຖານອັນສຳຄັນສຳລັບການສືບຕໍ່ຮ່ວມກັນປຶກສາຫາ
ລືໃນລະດັບພາກພື້ນ ແລະສາ ກົນ. ກອງປະຊຸມຄັ້ງນີ້ແມ່ນຈະດຳເນີນໄປເປັນເວລາ
3 ວັນ, ລະຫວ່າງວັນທີ 24-26 ມິຖຸນານີ້.
No comments:
Post a Comment