ທ້າວ ກູຫວ່າງ ອາຍຸ 44 ປີ ຢູ່ບ້ານສີວິໄລ
ເມືອງຊຳເໜືອ ແຂວງຫົວພັນ ເມື່ອກ່ອນເຄີຍເປັນພະນັກງານພາສີແຂວງຫົວ ພັນ, ແຕ່ຍ້ອນໄດ້ຖະຫລຳຕົວເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດເມື່ອປີ
2002 ຈຶ່ງຖືກນຳຕົວໄປບຳບັດຢູ່ສະຖານຄຸມຂັງ-ດັດສ້າງເປັນເວລາ 6 ເດືອນ, ພາຍ ຫລັງອອກມາກໍກັບມາເຮັດວຽກຄືເກົ່າ,
ແຕ່ຍ້ອນຕັດຂາດຈາກການເສບຢາເສບຕິດບໍ່ໄດ້, ຕົກມາຮອດປີ 2012 ຜູ້ກ່ຽວຈຶ່ງໄດ້ກັບມາເສບຢາບ້າອີກຄັ້ງ
ແລະ ມາຮອດຕົ້ນເດືອນກໍລະກົດ 2013 ຖືກເຈົ້າໜ້າທີ່ ປກສ ເມືອງຊຳເໜືອກັກຕົວໄດ້
ໃນຂໍ້ຫາມົ້ວສຸມຢາເສບຕິດ ພ້ອມຂອງກາງຢາບ້າ 13 ເມັດ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ
ແລະ ເມື່ອທ້າຍອາທິດຜ່ານມານີ້, ຜູ້ກ່ຽວກໍຖືກສານປະ ຊາຊົນແຂວງຫົວພັນຕັດສິນລົງໂທດໃຫ້ຈຳຄຸກເປັນເວລາ
2 ປີ ພ້ອມປັບໄໝເງິນ 10 ລ້ານກີບ.
No comments:
Post a Comment