ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນຜ່ານມານີ້ເຖິງວ່າ
ຂະແໜງການ ຂອງຕົນໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ ວຽກງານມີຜົນສຳເລັດ ແລະ ພົນເດັ່ນ ຫຼາຍດ້ານເປັນຕົ້ນແມ່ນ:
ຫຼາຍ ຫົວໜ່ວຍທຸລະກິດໄດ້ຫັນປ່ຽນຈິນຕະນາການຈາກ ຮູບແບບການຜະລິດແບບເກົ່າ ໄປສູ່ແບບ ໃໝ່ ໂດຍສະເພາະແມ່ນການຜະລິດ ແບບເປັນກຸ່ມ, ຫຼາຍກຸ່ມມີຄວາມເຂັ້ມແຂງ ຫຼາຍຂຶ້ນ ແລະ ສາມາດສ້າງຕັ້ງເປັນສະ ຫະກອນແບບໃໝ່ໃນອະນາຄົດ
ແລະ ເຮັດ ໃຫ້ການປູກພຶດຜັກຕ່າງໆໄດ້ຮັບຜົນ ສາມາດ ຄ້ຳປະກັນສະບຽງ ອາຫານໄດ້, ແຕ່ຄຽງຄູ່ກັບສິ່ງ
ດັ່ງກ່າວ, ວຽກງານກະສິ ກຳ ແລະ ປ່າໄມ້ກໍຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ ໄຂເຊັ່ນ: ການບຸກທະລຸຂອງບຸກຄະລາກອນຂອງທຸກລະດັບທຸກຂັ້ນຍັງ ບໍ່ທັນແຂງແຮງເປັນຕົ້ນພະນັກງານວິຊາການສະເພາະ ດ້ານຜູ້ພາປູກ,
ພາລ້ຽງໃນລະດັບບ້ານ, ການຊຸກຍູ້ສົ່ງເສີມນຳພາປະຊົນ ນຳໃຊ້ເຕັກນິກແບບໃໝ່ຍັງບໍ່ທັນກວ້າງຂວາງ,
ການລົງ ທຶນໃສ່ວຽກງານປ້ອງກັນພະຍາດ, ລະບົບການກວດກາຄຸນະພາບ,
ມາດຕະຖານ ແລະ ລະບົບ “ ສຸຂະອະນາໄມພືດ
ແລະ ສັດ” ພື້ນຖານວັດຖຸເຕັກນຶກການວິເຄາະ-ວິໄຈ ແລະ ການບໍລິຫານ ດ້ານການປູກຝັ່ງ, ລ້ຽງສັດ,
ສັດຕະວະແພດ, ການປະມົງ ແມ່ນຍັງມີໜ້ອຍ, ລວມທັງການສະໜອງໃສ່ຜະລິດຕະພັນ ກະສິກຳ-ປ່າໄມ້ຍັງຈຳກັດ,
ການລົງທຶນໃສ່ການຈັດສັນແບ່ງເຂດດິນກະສິກຳຍັງບໍ່ທັນຕອບສະໜອງຕາມແຜນພັດທະນາ ທີ່ວາງໄວ້,
ໂດຍສະເພາະໃນເຂດທີ່ເປັນຈຸດສຸມ, ເຄື່ອງມື ຄຸ້ມຄອງມະຫາ ພາກໃນການກຳນົດນະໂຍບາຍ, ເຕັກນິກເພື່ອຊຸກ
ຍູ້ສົ່ງເສີມການຜະລິດຍັງບໍ່ທັນ ເປັນລະບົບຄົບຊຸດ ແລະ ການນຳໃຊ້ດິນ ກະສິກຳເຂດເນີນສູງ ຍັງນຳໃຊ້ການໄຖຕາມແລວ
ຄ້ອຍຊັນ, ໂດຍບໍ່ຄຳນຶງເຖິງການ ປັບປຸງດິນ, ປົກປັກຮັກສາຄຸນນະພາບ ຂອງດິນກະສິກຳ, ເຮັດ ໃຫ້ເກີດມີການເຊາະເຈື່ອນ ກວ້າງ
ແລະ ບາງເຂດກະສິກຳເສື່ອມ ຄຸນນະພາບບໍ່ສາມາດປູກຝັ່ງໄດ້ກໍ່ມີຫຼາຍ, ຊຶ່ງທັນໝົດບັນຫາເຫຼົ່ານີ້ແມ່ນຂະແໜງກ່ຽວຂ້ອງຈະໄດ້ສຸມໃສ່ແກ້ໄຂໃຫ້ດີຂຶ້ນ.
No comments:
Post a Comment