ທ້າຍອາທິດຜ່ານມາ ນີ້ ທ່ານ ກຸ ຈັນສີນາ
ປະທານ ຄະນະ ກຳມະການ ແຫ່ງຊາດເພື່ອກວດກາ ແລະ ຄວບ ຄຸມຢາ ເສບຕິດໄດ້ຖະແຫຼງຕໍ່ສື່ມວນຊົນ, ໃນ ໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 27 ປີ( 26 ມິຖຸນາ 1987- 26 ມິຖຸ ນາ 2014) ວ່າ: ປັດຈຸບັນບັນຫາຢາເສບຕິດໄດ້ກາຍເປັນບັນຫາລວມຂອງໂລກທີ່ມີ ຄວາມສັບສົນ ແລະ ຫຼໍ່ແຫຼມ, ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ປະເທດ,
ກ່ອນໜ້າປີ 1987 ອົງການ ສປຊ ເພື່ອຄວບຄຸມຢາ ເສບຕິດ ແລະ ຕ້ານ ອາຊະຍາກຳໄດ້ສັງເກດເຫັນວ່າ,
ປະຊາກອນ ໂລກປະມານ 200 ລ້ານຄົນ ພວມ ຕົກເປັນທາດຂອງຢາເສບຕິດ ເຊັ່ນ: ໂຄເຄນ, ເຮ ໂລອິນ, ຝິ່ນ,
ຄັນຊາ, ຢາບ້າ ແລະ ຢາເສບຕິດ ປະເພດອື່ນໆ, ສະນັ້ນ ຈຶ່ງໄດ້ ຮຽກຮ້ອງໃຫ້ມີວັນຕ້ານຢາເສບຕິດ,
ຊຶ່ງອົງການ ສປຊ ໄດ້ຮັບ ຮອງວັນທີ 26 ມິຖຸ ນາ ຂອງທຸກປີ ເປັນວັນສາກົນຕ້ານການຜະລິດ, ການຊົມໃຊ້
ແລະ ການລັກລອບ ຄ້າຂາຍ ຢາເສບຕິດທີ່ຜິດກົດ ໝາຍ ແລະ ເພື່ອສະເຫຼີມສະຫຼອງດັ່ງກ່າວ, ຄະນະກຳມະ
ການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມ ຢາເສບຕິດ ແລະ ເຈົ້າໜ້າທີ່ກ່ຽວ
ຂ້ອງຈະໄດ້ຮ່ວມກັນຈັດພິທີຈູດທຳລາຍຢາເສບ
ຕິດຂຶ້ນໃນວັນທີ 25 ມິຖຸນານີ້ ຢູ່ນະຄອນ ຫຼວງວຽງຈັນ
ແລະ ຈະມີການໂຄ ສະນາເຜີຍແຜ່ລະ ບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ຕາມສະຖາບັນການສຶກ ສາ,
ໂຮງຮຽນ ແລະ ຊົມຊົນແຫ່ງ ຕ່າງໆໂດຍແນໃສ່ຮອດປີ 2015 ຈະສູ້ຊົນເຮັດໃຫ້ອາຊຽນໄດ້ປອດຢາເສບຕິດ,
ຊຶ່ງ ສປປ ລາວກໍເປັນປະເທດໜຶ່ງທີ່ຈະສຸມໃສ່ ແກ້ໄຂບັນຫາດັ່ງ ກ່າວຢ່າງຈິງຈັງ.
ປະທານຄະນະກຳມະການ ແຫ່ງຊາດ ເພື່ອກວດກາ ແລະ
ຄວບຄຸມຢາເສບຕິດ ກ່າວວ່າ: ການແກ້ໄຂບັນຫາຢາເສບ ຕິດສຳລັບ ສປປ ລາວ, ນອກຈາກວັນສາກົນຕ້ານຢາເສບຕິດແລ້ວ,
ຍັງໄດ້ກຳນົດເອົາວັນທີ 12 ຕຸລາ ຂອງທຸກໆປີເປັນວັນ ແຫ່ງຊາດຕ້ານຢາເສບຕິດອີກດ້ວຍ, ປັດຈຸບັນ
ສປປ ລາວ ໄດ້ເປັນພາຄີ ສົນທິສັນຍາສາກົນທີ່ມີສ່ວນຮ່ວມໃນການຕ້ານສິ່ງ ຢາເສບຕິດທັງ 3 ສະບັບ.
ໃນປີ 1988, ມະຕິກອງປະຊຸມອົງການ ສປຊ ສະໄໝພິເສດໄດ້ຕົກລົງໃຫ້ບັນດາປະ ເທດສະມາ ຊິດສູ້ຊົນແກ້ໄຂການ
ປູກພຶດມີສານພິດໃຫ້ໄດ້ໂດຍພື້ນຖານໃນປີ 2008. ໃນເວລານັ້ນ ລາວ ມີເນື້ອທີ່ປູກຝິ່ນໃນທົ່ວປະ
ເທດປະມານ 27 ພັນເຮັກຕາ, ເນື່ອທີ່ປູກຄັນຊາ ຈຳນວນໜຶ່ງ, ມີຄົນຕິດຝິ່ນປະມານ 63 ພັນຄົນ ແລະ
ຄົນຕິດຢາບ້າມີຫຼາຍ ສົມຄວນ, ຫຼັງຈາກນັ້ນມາ, ໃນປີ 2001 ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ VII ກໍໄດ້ມີມະຕິຕົກລົງໃຫ້ທ້ອງຖິ່ນຕ່າງໆທີ່ກ່ຽວ
ຂ້ອງສູ້ຊົນລົບລ້າງການປູກຝິ່ນໄດ້ຢ່າງສິ້ນເຊີງໃນປີ 2005 ແລະ ໄດ້ຕັ້ງ ຄະນະກຳມະການກວດກາ
ແລະ ຄວບຄຸມຢາເສບຕິດ ແຫ່ງຊາດ, ຊຶ່ງລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ
ຂະແໜງການ ແລະ ທ້ອງຖິ່ນຕ່າງໆໃຫ້ຕັ້ງໜ້າຈັດ ຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ.
ທ່ານ ປະທານຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດໃຫ້ທັດສະນະວ່າ:
ເພື່ອປະກອຍສ່ວນ ເຂົ້າໃນການແກ້ໄຂບັນຫາຢາເສບຕິດຢູ່ປະເທດເຮົາຕາມທັດສະນະສ່ວນຕົວແລ້ວເຫັນວ່າ:
ພວກເຮົາຄວນເອົາການປ້ອງກັນບໍ່ ໃຫ້ຄົນໃນສັງຄົມໄດ້ຕົກເປັນທາດ ຂອງສັດຕູຕົວຮ້າຍດັ່ງກ່າວ
ດ້ວຍການສ້າງຈິດສຳນຶກໃຫ້ມີສະຕິລະວັງຕົວສູງ, ສ້າງຄວາມ ຄຸມກັນໃຫ້ຕົນເອງ, ໃຫ້ສະມາ ຊິກພາຍໃນຄອບຄົວ,
ໃຫ້ຊຸມຊົນ, ໃຫ້ການຈັດຕັ້ງ, ໃຫ້ສຳນັກງານອົງການ, ສະຖາບັນການ ສຶກສາ, ຮ້ານກິນດື່ມ, ຮ້ານບັນເທີງ
ແລະ ອື່ນໆ ໄດ້ປອດຈາກຢາເສບຕິດ ແລະ ສື່ມວນຊົນທີ່ເປັນເຄື່ອງມືອັນແຫຼມຄົມຕ້ອງ ໄດ້ເພີ່ມທະວີການໂຄສະນາຮ່ວມມືຢ່າງຈິງຈັງເພື່ອສະກັດກັ້ນ
ແລະ ແກ້ໄຂ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໃນທີ່ສຸດລາວກໍຈະ ກາຍເປັນປະເທດປອດຢາເສບຕິດ.
No comments:
Post a Comment