ເພື່ອໃຫ້ສື່ມວນຊົນລາວເຮົາ ໄດ້ເຂົ້າໃຈຖືກຕ້ອງກ່ຽວກັບວຽກງານປົກປັກຮັກສາ
ແລະ ຄຸ້ມຄອງຊັບພະຍາກອນນ້ຳແບບ ປະສົມປະສານ ແລະ ເປັນເອກະ ພາບກັນ ໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ,
ດັ່ງນັ້ນກົມຊັບພະຍາກອນນ້ຳ, ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວກລ້ອມໄດ້ຈັດກອງປະຊຸມແລກປ່ຽນ ບົດຮຽນກັບວຽກງານຄຸ້ມຄອງຊັບພະຍາ
ກອນນ້ຳຂຶ້ນໃນວັນທີ 20 ມິຖຸນານີ້, ທີ່ນະ ຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າສູນຝຶກອົບຮົມ
ແລະ ສ້າງຈິດສຳນຶກ, ກົມຊັບພະຍາກອນນ້ຳ, ພ້ອມດ້ວຍພະນັກງານວິຊາການ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ
ພ້ອມພຽງ.
ກອງປະຊຸມດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງ, ການຈັດຕັ້ງປະຕິບັດວຽກງານປົກປັກຮັກສາ
ແລະ ຄຸ້ມຄອງຊັບພະຍາກອນ ນ້ຳ ແບບປະສົມປະສານໃນຜ່ານມາຈາກພະນັກງານວິຊາການທີ່ກ່ຽວ ຂ້ອງໂດຍສະເພາະແມ່ນ:
ການ ຄຸ້ມຄອງອ່າງຮັບນ້ຳ, ກົດ
ໝາຍຄຸ້ມຄອງຊັບພະຍາກອນນ້ຳ, ການຄຸ້ມຄອງຄຸນະພາບນ້ຳ, ການຄຸ້ມຄອງນ້ຳໃຕ້ດິນ,
ຂໍ້ມູນ ກ່ຽວກັບຊັບພະ ຍາກອນ ນ້ຳ ແລະ ການສ້າງຈິດສຳນຶກໃຫ້ສັງຄົມ ໃນການປັກປັກຮັກສາແຫຼ່ງນ້ຳ
ຂອງປະຊາຊົນ.
ກົມຊັບພະຍາກອນນ້ຳໃຫ້ຮູ້ ອີກວ່າ: ປັດຈຸບັນທົ່ວປະເທດມີ
ອ່າງຮັບນ້ຳທັງໝົດ 62 ແຫ່ງ, ໃນນີ້ມີອ່າງໃຫຍ່ 14 ແຫ່ງ, ກາງ 28 ແລະ ອ່າງນ້ອຍ 20 ແຫ່ງ,
ທີ່ ສາມາດກັກເກັບນ້ຳໄວ້ໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງພຽງພໍ.
No comments:
Post a Comment