Ad

Ad

24 June 2014

ຈັບຜູ້ຄ້າຂາຍຢາເສບຕິດລາຍໃຫຍ່



    ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ຮູ້ວ່າ: ໃນ ທ້າຍອາທິດຜ່ານມາ, ໄດ້ຈັບຕົວຜູ້ຄ້າຂາຍຢາເສບຕິດລາຍ ໃຫຍ່ຢູ່ບ້ານໂພນຕ້ອງສະຫວາດ ເມືອງ ຈັນທະບູລີ ນະຄອນຫລວງວຽງ ຈັນ ຄືທ້າວ ບຸນຖົມ ລາດແສນ ມັງ ອາຍຸ 54 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງນະຄອນ ຫລວງວຽງຈັນ ແລະ ນາງ ຄຳພາ ແກ້ວສາລີວົງ ອາຍຸ 51 ປີ ຢູ່ບ້ານໜອງບົວທ່າ ເມືອງສອງ ຄອນ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ 62 ພັນ ກວ່າເມັດ, ຢາໄອນ້ຳໜັກ 1,3 ກຣາມ, ປືນ 2 ກະ ບອກ, ລົດໃຫຍ່ 2 ຄັນ, ໂທລະສັບ 4 ໜ່ວຍ ແລະ ສາຍຄໍຄຳ 1 ເສັ້ນ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານ​ມາ​ທ້າວ ບຸນຖົມ ເຄີຍຕ້ອງໂທດມາ ແລ້ວໜຶ່ງຄັ້ງ ເປັນເວ ລາ 13 ປີ ໃນຄະດີຄ້າຂາຍຢາເສບຕິດ ​ແລະພາຍຫລັງພົ້ນໂທດອອກມາຜູ້ກ່ຽວ ກໍບໍ່ມີ ຄວາມເຂັດຫລາບໃນການພົວພັນກັບສິ່ງເສບຕິດຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມ​ລະບຽບ​ກົດໝາຍ.
    ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອກາງ ເດືອນມິຖຸນາ 2014 ນີ້, ເຈົ້າໜ້າທີ່ຕຳຫລວດແຂວງຫລວງນ້ຳທາ ໄດ້ກັກ ຕົວທ້າວ ເລືອງ ອາຍຸ 42 ປີ ແລະ ທ້າວ ເຈືອງແອງຢົງ ອາຍຸ 25 ປີ (ສັນຊາດຫວຽດນາມ) ​ໄດ້​ເຂົ້າມາພັກເຊົາຢູ່ບ້ານ ໜອງບົວວຽງ ເມືອງ
ແລະ ແຂວງຫລວງນ້ຳທາພ້ອມຂອງ ກາງຜົງແປງຫົວເຊື້ອຜະລິດຢາບ້າ ທີ່ພວກກ່ຽວຊຸກເຊື່ອງໄວ້ ໃນລົດຕູ້ຄັນໜຶ່ງຢູ່ບ້ານໜອງ ພາຄຳ ເມືອງລອງ ແຂວງຫລວງ ນ້ຳທາ ເພື່ອກຽມສົ່ງຂາຍໃຫ້ລູກຄ້າມີນ້ຳໜັກ 1 ໂຕນ ໂດຍທັງສອງຮັບສາລະພາບຕໍ່ເຈົ້າໜ້າ ທີ່ວ່າ: ຜົງແປ້ງຫົວເຊື້ອດັ່ງກ່າວ ແມ່ນເປັນຂອງຄົນຮູ້ຈັກຢູ່ຫວຽດນາມ ​ໄດ້​ຈ້າງພວກຕົນເອົາມາສົ່ງໃຫ້ລູກຄ້າຢູ່ແຂວງຫລວງ ນ້ຳທາ, ແຕ່ຖືກເຈົ້າໜ້າທີ່ຈັບຕົວ ໄດ້ກ່ອນ.

No comments:

Post a Comment