Ad

Ad

24 June 2014

ທຳລາຍຕູ້ເກມເຖື່ອນເປັນຈຳນວນຫລາຍ



    ໃນວັນທີ 20 ມິຖຸນານີ້, ເຈົ້າໜ້າທີ່ຄຸ້ມຄອງຄົນຕ່າງປະເທດກະຊວງປ້ອງກັນ ຄວາມສະຫງົບໄດ້ຈູດ ທຳລາຍຕູ້ເກມຢອດ ຫລຽນຈຳນວນ 43 ໜ່ວຍ ທີ່ຍຶດໄດ້ຢູ່ ຮ້ານ​ເກ​ມຫລາຍແຫ່ງຂອງຄົນຕ່າງປະເທດໃນນະຄອນຫລວງວຽງຈັນພາຍຫລັງປະຕິ ບັດແຜນກວດກາ ແລະ ແກ້ໄຂຄົນຕ່າງປະເທດທີ່ລະເມີດລະບຽບກົດໝາຍ ຢູ່ລາວ ເຊິ່ງຕູ້ເກມ ຈຳນວນດັ່ງກ່າວແມ່ນນຳເຂົ້າ ມາບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເປີດໃຫ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງອັນໄດ້ກໍ່ໃຫ້ເກີດ ປາກົດການຫຍໍ້ທໍ້ທາງສັງຄົມຕາມມາເຊັ່ນ: ເປັນບ່ອນມົ້ວສຸມສິ່ງເສບຕິດ ແລະ ອື່ນໆ.

No comments:

Post a Comment