ລະບອບປະກັນສັງຄົມ ແມ່ນນະໂຍບາຍ ແລະ ກົນໄກຢ່າງໜຶ່ງໃນການປົກປ້ອງ
ແລະ ຄຸ້ມຄອງ ດ້ານສະຫວັດດີການເຊັ່ນ: ປິ່ນ ປົວສຸຂະພາບ ແລະ ອຸດໜູນຕ່າງໆແກ່ຜູ້ໃຊ້
ແລະ ຜູ້ອອກແຮງງານ. ຢູ່ໃນຫລາຍປະເທດ ການປະກັນສັງຄົມແມ່ນຄວາມຈຳເປັນຕົ້ນຕໍຂອງຫົວໜ່ວຍທຸລະກິດທີ່ຕ້ອງໄດ້ເປັນສະມາຊິກ,
ແຕ່ຢູ່ປະເທດລາວເຮົາວຽກງານນີ້ຍັງບໍ່ໄດ້ຮັບຄວາມສົນໃຈຈາກຫົວໜ່ວຍທຸລະກິດຫລາຍເທົ່າທີ່ຄວນ,
ຜ່ານການລາຍງານຂອງທ່ານ ປະສົງ ວົງຄຳຈັນ ອຳນວຍການອົງການປະກັນສັງຄົມ (ອປສ)
ໃຫ້ຮູ້ວ່າ: ນັບແຕ່ສ້າງ ຕັ້ງອົງການປະກັນສັງຄົມໃນປີ 2001 ມາຮອດປັດຈຸບັນມີຫົວ
ໜ່ວຍທຸລະກິດເປັນສະມາຊິກພຽງ 1.473 ຫົວໜ່ວຍ ແລະ ມີຜູ້ປະກັນຕົນປະມານ 80 ພັນກວ່າຄົນ
ເຊິ່ງກວມເອົາພຽງແຕ່ 1/4 ຂອງຫົວໜ່ວຍທຸລະກິດທີ່ມີໃນທົ່ວປະເທດ ເຊິ່ງບັນຫາພາໃຫ້ຫລາຍຫົວໜ່ວຍທຸລະກິດບໍ່ເຂົ້າເປັນສະມາຊິກນີ້
ຕົ້ນຕໍແມ່ນມາຈາກການໂຄສະນາປະຊາ ສຳພັນໃຫ້ແກ່ວຽກງານດັ່ງກ່າວຍັງເຮັດໄດ້ໜ້ອຍ,
ບໍ່ທົ່ວເຖິງ ແລະ ຍັງບໍ່ທັນມີມາດຕະການບັງຄັບໃຫ້ພາກວິສາຫະກິດ ຫລື ຫົວໜ່ວຍທຸລະກິດຕ້ອງເຂົ້າເປັນສະມາຊິກປະກັນສັງຄົມ,
ຜູ້ປະກອບການສ່ວນຫລວງຫລາຍບໍ່ທັນເຂົ້າໃຈ
ວ່າ: ການເຂົ້າປະ ກັນສັງຄົມແມ່ນພັນທະທີ່ຕ້ອງໄດ້ປະຕິບັດ
ເມື່ອມີການເຄື່ອນໄຫວດຳເນີນທຸລະກິດຢູ່ ສປປ ລາວ ແລະ ຫົວໜ່ວຍທຸ ລະກິດຈຳນວນໜຶ່ງພະຍາຍາມຫລົບຫລີກ
ໂດຍເຂົ້າໃຈວ່າ: ການເຂົ້າປະກັນສັງຄົມແມ່ນການເສຍເງິນແບບເປົ່າປະໂຫຍດ. ນອກຈາກນີ້,
ການນຳໃຊ້ກົດ ໝາຍຕໍ່ຫົວໜ່ວຍທຸລະກິດທີ່ບໍ່ເຂົ້າປະກັນສັງຄົມນີ້ກໍຍັງເຮັດບໍ່ໄດ້ເດັດຂາດເທົ່າທີ່ຄວນ.
No comments:
Post a Comment