ເຈົ້າໜ້າທີ່ພະແນກຈະລາຈອນນະຄອນຫຼວງວຽງຈັນ ໃຫ້ ຮູ້ວ່າ:
ໃນຕອນເຊົ້າ ຂອງວັນທີ 23 ມິຖຸນານີ້ໄດ້ມີຈັກໝາຍເລກ ທະບຽນ ຍຕ. 8862 ກຳແພງນະ ຄອນ ຂັບຂີ່ໂດຍ
ນາງ ອະຕ໋ອງ ອາຍຸ 47 ປີ ຢູ່ບ້ານ ວຽງຄຳ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ແລະ ມີລູກສາວ
ຊື່ນາງ ພອນ ອາຍຸ 14 ປີ ນັ່ງ ຊ້ອນທ້າຍ ໄດ້ເກີດອຸປະຕິເຫດຕຳຄູກັ້ນທາງຢ່າງແຮງຢູ່ເຂດບ້ານ
ຍາພະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈົນເຮັດໃຫ້ທັງສອງແມ່ລູກເສຍຊີວິດຄາທີ່, ຜ່ານການສືບ ສວນຂອງເຈົ້າ
ໜ້າທີ່ໃຫ້ຮູ້ວ່າແມ່ລູກທີ່ເສຍຊີວິດຄູ່ນີ້ໄດ້ພະຍາຍາມ ຂັບລົດໄລ່ນຳ ຄົນຮ້າຍ ທີ່ດຶງກະເປົາຂອງຕົນ. ເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ: ກ່ອນ ໜ້ານັ້ນຄື: ວັນທີ
21 ມິຖຸນາຜ່ານ ມາໄດ້ມີລົດກະບະວີໂກ້ສີດຳຄັນໜຶ່ງບໍ່ມີປ້າຍທະບຽນຕຳລົດຈັກໝາຍເລກທະບຽນ
7672 ຢູ່ເສັ້ນທາງບ້ານ ໝາກນາວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່
ແລະ ລົດກະບະຄັນ ນັ້ນ ເສຍຫຼັກຕົກ ລົງນ້ຳໜອງແຄມທາງ, ຈົນຜູ້ຂັບໄດ້ຮັບບາດເຈັບ, ຊຶ່ງສາເຫດຍັງຢູ່ຂັ້ນສືບສວນ-
ສອບສວນ ຂອງເຈົ້າ ໜ້າທີ່ ແລະ ໃນອາທິດ ຜ່ານມາຢູ່ນະຄອນ ຫຼວງວຽງຈັນໄດ້ມີອຸປະຕິເຫດ ເກີດຂຶ້ນກວ່າ
40 ກໍລະນີ, ສົ່ງຜົນ ໃຫ້ມີຜູ້ເສຍຊີວິດ 8 ຄົນ, ໂດຍສາເຫດ ສ່ວນໃຫຍ່ເກີດຈາກຂັບຂີ່ລົດໄວ, ດື່ມສິ່ງມຶນເມົາ.
No comments:
Post a Comment