ເມື່ອກາງເດືອນມິຖຸນານີ້, ຄະນະນຳເມືອງປາກຊ່ອງ
ແຂວງຈຳປາສັກ ໄດ້ດຳເນີນກອງປະຊຸມປຶກສາ ຫາລື ແລະ ຮັບຟັງ ການເຜີຍແຜ່ຂໍ້ມູນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ແລະ ທຳມະຊາດ ຂອງເຂື່ອນໄຟຟ້ານ້ຳຕົກເຊກະ ຕາມ.
ທ່ານບຸນມາ ມໍລະຄາສຸກ ອຳນວຍການບໍລິສັດພະລັງງານໄຟຟ້າຄານໄຊຈຳກັດຈາກປະ
ເທດຍີ່ປຸ່ນຕາງໜ້າບໍລິສັດຜູ້ສຶກສາ, ສຳຫລວດ, ອອກແບບ ແລະ ພັດທະນາໂຄງການໃຫ້ຮູ້ວ່າ: ໂຄງການເຂື່ອນໄຟຟ້ານ້ຳຕົກເຊກະຕາມ
ເມືອງປາກຊ່ອງ ແຂວງ ຈຳປາສັດປະກອບມີເຮືອນຈັກ, ອ່າງເກັບນ້ຳກວມເອົາເນື້ອທີ່ທັງໝົດ 780 ເຮັກຕາ
ໃນເຂດພູພຽງ ບໍລິເວນ, ມີກຳລັງການຜະ ລິດກະແສໄຟຟ້າ 81,3 ເມກາວັດ ແລະ ແລວສາຍສົ່ງແຕ່ເຮືອນ
ຈັກຫາສະຖານີໄຟຟ້າເມືອງປາກຊ່ອງຍາວ 45 ກິໂລແມັດ ໂດຍ ແມ່ນບໍລິສັດພະລັງງານໄຟຟ້າ ຄານໄຊຈຳກັດ
ປະເທດຍີ່ປຸ່ນ, ບໍລິສັດທີ່ປຶກສາ Ssafe consult ແລະ ບໍລິສັດ Newjec ຮ່ວມກັນສຶກສາສຳຫລວດ
ແລະ ພັດທະນາໂຄງການ.
ສຳລັບຜົນກະທົບດ້ານສິ່ງ ແວດລ້ອມທຳມະຊາດຂອງໂຄງການດັ່ງກ່າວແມ່ນຢູ່ເຂດປ່າສະຫງວນແຫ່ງຊາດເຊິ່ງຈະໄດ້ມີ
ການຂຸດຄົ້ນໄມ້ອອກຈາກເນື້ອທີ່ອ່າງເກັບນ້ຳ, ພ້ອມດຽວກັນ ແລວສາຍສົ່ງກໍ່ຜ່ານເຂດການຜະລິດເປັນຕົ້ນແມ່ນເນື້ອທີ່ສວນ,
ບ່ອນລ້ຽງສັດ ແລະ ບ່ອນທຳມາຫາກິນຂອງປະຊາຊົນ.
No comments:
Post a Comment