ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ,
ວັດທະນະ ທຳ ແລະ ທ່ອງທ່ຽວ, ປະ ທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານປິດຝຶກອົບຮົມນັກຂ່າວ,
ເຊິ່ງຈັດຂຶ້ນຢູ່ແຂວງບໍລິຄຳໄຊ ລະຫວ່າງວັນທີ 17-20 ມິຖຸນາ ຜ່ານມານີ້, ໂດຍທ່ານໄດ້ເນັ້ນໃຫ້ບັນດາສື່ທີ່ເຂົ້າຮ່ວມຝຶກອົບຮົມເຫັນຄວາມສຳຄັນ
ໃນການປະ ຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ
ແລະ ລົບລ້າງຄວາມທຸກຍາກຢູ່ປະເທດຂອງຕົນ ແລະ ຕ້ອງໄດ້ຮັບຮູ້ ແລະ ກຳແໜ້ນວຽກງານດັ່ງກ່າວເພື່ອນຳໄປໂຄສະນາເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າມີຄວາມເຂົ້າໃຈຢ່າງກວ້າງຂວາງຕໍ່
ການປະຕິບັດວຽກງານດັ່ງກ່າວ.
ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ຕີລາຄາສູງຜົນສຳເລັດການຝຶກອົບຮົມໃນຊຸດນີ້
ຊຶ່ງ ແມ່ນຊຸດທຳອິດໃນຈຳນວນ 3 ຊຸດ ຂອງແຜນການຈັດຝຶກອົບ ຮົມດັ່ງກ່າວ, ເຊິ່ງສະມາຄົມນັກຂ່າວແຫ່ງ
ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດຢູ່ໃນ 3 ຈຸດຄື: ແຂວງບໍລິຄຳໄຊ ສຳລັບ 4 ແຂວງພາກກາງ,
ສຳລັບ 6 ແຂວງພາກໃຕ້ແມ່ນຈະຈັດຂຶ້ນຢູ່ແຂວງສາລະວັນ ແລະ ສຳລັບ 8 ແຂວງພາກເໜືອຈະຈັດໃຫ້ມີຂື້ນຢູ່ແຂວງອຸ
ດົມໄຊ. ແຕ່ລະຊຸດຈະມີນັກຂ່າວເຂົ້າຮ່ວມປະມານ 40 ກວ່າຄົນ ຈາກອົງການສື່ມວນຊົນທຸກພາກ ສ່ວນຕ່າງໆ
ລວມທັງວິທະຍຸຊຸມຊົນ ແລະ ນັກຂ່າວຈາກ 51 ເມືອງຂອງເມືອງສາມສ້າງໃນຂອບເຂດທົ່ວປະເທດ,
ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນສຳເລັດ
ຂອງ ສປປ ລາວ ໃນການປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ
ແລະ ລົບລ້າງຄວາມທຸກຍາກ ແລະ ຄວາມຄືບໜ້າໃນການປະຕິບັດວຽກງານສາມສ້າງຢູ່ແຕ່ລະທ້ອງຖິ່ນ.
ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນບາງບັນຫາສຳຄັນວ່າ:
ການຝຶກອົບຮົມ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງນັກ ຂ່າວແມ່ນຄວາມຈຳເປັນພາວະວິໄສ
ເພາະວ່າສະພາບການ ແລະ ວິ ວັດທະນາການບໍ່ວ່າດ້ານການເມືອງ, ເສດຖະກິດ, ວັດທະ ນະທຳ,
ສັງຄົມລວມທັງດ້ານວິທະຍາສາດເຕັກໂນໂລຊີ ໄດ້ມີການພັດທະນາ ແລະ ປ່ຽນແປງຢູ່ຕະ
ຫລອດເວລາ. ສະນັ້ນນັກຂ່າວຕ້ອງມີຄວາມສະດຸ້ງໄວ, ຮູ້ ແລະ ເຂົ້າໃຈບັນຫາຢ່າງຖືກຕ້ອງກ່ອນຜູ້ອື່ນເພື່ອນຳມາເຜີຍແຜ່
ໃຫ້ທັນກັບສະພາບການ, ຄົບຖ້ວນ, ຊັດເຈນ, ຮອບຄອບ ແລະ ມີຄວາມຜິດຊອບສູງ. ປັດຈຸບັນຄົນລາວໂດຍສະເພາະຊາວໜຸ່ມແມ່ນນຳໃຊ້ສື່ໃໝ່ກໍຄືສັງ
ຄົມອອນລາຍຢ່າງກວ້າງຂວາງ ແຕ່ຂໍ້ມູນຂ່າວ ສານຜ່ານສື່ດັ່ງກ່າວມີຫລາຍອັນຍັງບໍ່ຖືກຕ້ອງ
ແລະ ເປັນການບິດເບືອນຄວາມເປັນຈິງ. ດັ່ງນັ້ນ ການບໍລິໂພກສື່ສັງຄົມອອນລາຍນີ້ຕ້ອງມີສະຕິ.
ທ່ານລັດຖະມົນຕີກ່າວຢ້ຳຕື່ມວ່າ: ປີໜ້າ ສປປ ລາວ
ພ້ອມກັບບັນດາປະເທດອາຊຽນ ຈະເປັນປະຊາຄົມໜື່ງດຽວ ສະນັ້ນ ນັກຂ່າວລາວພວກເຮົາຈະຕ້ອງໄດ້ກຽມພ້ອມໃນການຮ່ວມມື
ແລະ ສື່ສານກັບບັນດາປະເທດເຫລົ່ານັ້ນ ເພື່ອເຮັດແນວໃດໃຫ້ເຂົາເຈົ້າມີຄວາມເຂົ້າໃຈເຖິງວິຖີຊີວິດ
ແລະ ຮີດຄອງປະເພນີອັນດີງາມຂອງຄົນລາວ. ຄວາມຈິງແລ້ວໃນປີ 2000 ສະຫະປະ ຊາຊາດໄດ້ຮັບຮອງເອົາສະຫະສະວັດດ້ານ
ການພັດທະນາ ແລະ ການປະ ຕິບັດໃຫ້ສຳເລັດໃນປີ 2015, ເຊິ່ງໃນນີ້ໄດ້ກຳນົດເອົາ
8 ເປົ້າໝາຍ ສປປ ລາວ ກໍແມ່ນໜຶ່ງໃນບັນດາປະເທດສະມາຊິກສະຫະປະຊາຊາດ
ແລະ ກໍໄດ້ເອົາໃຈໃສ່ປະຕິ ບັດ ແລະ ຕົກມາຮອດປີ 2010 ລັດຖະບານ ສປປ ລາວ ໄດ້ເພີ່ມເປົ້າໝາຍສະຫະສະວັດອັນທີ
9 ເຂົ້າຢູ່ໃນແຜນການພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ 7, ເລັ່ງໃສ່ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ
ອອກຈາກແຜນດິນລາວໃຫ້ໝົດສິ້ນໄປພ້ອມກັບ 8 ເປົ້າໝາຍສະຫະສະ ວັດທີ່ກຳນົດໄວ້ໃນປີ
2015 ນີ້.
No comments:
Post a Comment