ໃນວັນທີ 20 ມິຖຸນານີ້, ຢູ່ໂຮງແຮມດອນຈັນພາເລດ
ນະຄອນຫລວງວຽງຈັນ, ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ຈັດງານສະເຫລີມສະຫລອງວັນສ້າງຕັ້ງ ຂອງຕົນຄົບຮອບ
15 ປີ (22/6/1999 - 22/6/2014) ຂຶ້ນ ດ້ວຍບັນຍາກາດອັນຟົດຟື້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ
ທອງສິງ ທຳມະວົງ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ນັກທຸລະກິດສອງປະເທດ ລາວ-ຫວຽດນາມ
ເຂົ້າ ຮ່ວມຢ່າງພ້ອມພຽງ.
ທ່ານ ເຈີນ ລຸກລາງ ອຳນວຍການທະນາຄານຮຸ້ນສ່ວນລົງທຶນ
ແລະ ພັດທະນາຫວຽດນາມ (BIDV) ໄດ້ຂຶ້ນກ່າວລາຍງານສະພາບການດຳເນີນທຸລະກິດຂອງທະນາຄານຮ່ວມທຸລະກິດ
ລາວ-ຫວຽດ ວ່າ: ທະນາຄານຮ່ວມທຸລະກິດ ລາວ-ຫວຽດ (LVB) ສ້າງຂຶ້ນພາຍໃຕ້ການຮ່ວມທຶນລະຫວ່າງທະນາຄານຮຸ້ນສ່ວນລົງທຶນ
ແລະ ພັດທະນາຫວຽດນາມ (BIDV) 65%
ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ
(BCEL) 35% ເພື່ອດຳເນີນນະໂຍບາຍດ້ານການເງິນ-ເງິນຕາ ໂດຍສະເພາະແມ່ນຮັບໃຊ້ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດ
ລາວ-ຫວຽດນາມ ໃນການຊຳ ລະສະສາງ, ແລກປ່ຽນ, ສະ ໜອງສິນເຊື່ອ ແລະ ບໍລິການທາງການເງິນອື່ນໆ.
ໃນໄລຍະ 15 ປີຜ່ານມາ, ທະນາຄານດັ່ງ ກ່າວໄດ້ໃຫ້ບໍລິການໂອນເງິນລະ ຫວ່າງສອງປະເທດບັນລຸຫລາຍກວ່າ
1,8 ຕື້ໂດລາສະຫະລັດ, ແລກປ່ຽນສະກຸນເງິນດົງ ແລະ ເງິນກີບບັນລຸ 9.500 ຕື້ດົງ ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງ
ຄົມຂອງສອງປະເທດລາວ- ຫວຽດນາມ. ປັດຈຸບັນທະນາ ຄານແຫ່ງນີ້ມີ 5 ສາຂາ, 4 ໜ່ວຍບໍລິການ
ແລະ 2 ຈຸດບໍລິການໃນລາວ, ມີຊັບສິນບັນລຸ 600 ລ້ານໂດລາສະຫະລັດ, ສາມາດ ລະດົມທຶນບັນລຸຫລາຍກວ່າ
480 ລ້ານໂດລາສະຫະລັດ ແລະ ສະເລ່ຍ ການເຕີບໃຫຍ່ຂອງທຸລະກິດປະ ມານ 30% ຕໍ່ປີ
ແລະ ເປັນອັນດັບສອງຂອງທະນາຄານທີ່ມີຊັບສິນຫລາຍຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງສິງ
ທຳມະວົງ ໄດ້ມີຄຳເຫັນວ່າ: ຕະ ຫລອດໄລຍະ 15 ປີຜ່ານມາ, ທະ ນາຄານຮ່ວມທຸລະກິດລາວ-
ຫວຽດ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ຂອບເຂດການເຄື່ອນໄຫວກໍນັບມື້ຂະຫຍາຍຕົວກວ້າງ
ຂວາງ, ການນຳໃຊ້ ແລະ ພັດທະ ນາລະບົບເຕັກໂນໂລຊີຂອງທະ ນາຄານກໍນັບມື້ຫັນໄປສູ່ທັນສະໄໝເທື່ອລະກ້າວ
ເພື່ອສະ ໜອງການບໍລິການຮັບໃຊ້ສັງຄົມໄດ້ເປັນຢ່າງດີ ແລະ ບໍ່ພຽງແຕ່ເຮັດສຳເລັດໜ້າທີ່ຂອງຕົນຢ່າງມີໝາກຜົນຕົວຈິງເທົ່ານັ້ນ
ຍັງເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານຂອງສອງປະເທດໄດ້ມອບໝາຍໃຫ້ໂດຍສະເພາະໄດ້ປະຕິບັດບົດບາດເປັນຂົວຕໍ່ອັນສຳຄັນລະຫວ່າງສອງພື້ນຖານເສດຖະກິດລາວ-ຫວຽດນາມ
ໃນການຊຳລະສະສາງ ແລະ ແລກປ່ຽນສະກຸນເງິນຂອງສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການກະຕຸກຊຸກຍູ້ການພັດທະນາເສດຖະກິດ,
ການຄ້າ ແລະ ການລົງທຶນຂອງສອງປະເທດໃຫ້ຂະຫຍາຍຕົວຂຶ້ນເທື່ອລະກ້າວ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ
ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, ໄດ້ມີພິທີປະດັບຫລຽນໄຊແຮງງານຂອງລັດຖະບານລາວ
ແລະ ຫວຽດນາມ ໃຫ້ແກ່ກົມກອງ ແລະ ບຸກຄົນດີເດັ່ນຂອງທະນາຄານຮຸ້ນສ່ວນລົງທຶນ
ແລະ ພັດທະນາຫວຽດນາມ ແລະ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນພັດທະນາທະນາຄານໃຫ້ມີຄວາມກ້າວໜ້າ
ຢ່າງບໍ່ຢຸດຢັ້ງ.
No comments:
Post a Comment