Ad

Ad

23 June 2014

ການສອບເສັງເຂົ້າສາຍແພດປີນີ້ຈະມີຂຶ້ນໃນທ້າຍເດືອນກໍລະກົດ



          ໃນວັນທີ 19 ມິຖຸນາ ນີ້ ທ່ານ ຮສ ດຣ ສົມຈິດ ອະທິການ ບໍດີມະຫາວິທະ ຍາໄລສຸຂະພາບ ໄດ້ເປີດເຜີຍຕໍ່ນັກຂ່າວ ລາວພັດທະນາພວກເຮົາວ່າ: ການສອບ ເສັງ ຮັບເອົານັກຮຽນເຂົ້າມະຫາວິທະຍາໄລແພສາດໃນສົກຮຽນ 2014-2015 ທີ່ຈະ ມາເຖິງນີ້ ຈະ ເປີດຂາບຄຳຮ້ອງໃຫ້ນັກຮຽນທີ່ມີຈຸດປະສົງເຂົ້າຮຽນສາຍດັ່ງ ກ່າວນັບແຕ່ວັນທີ 23 ມິຖຸນາໄປຈົນຮອດວັນທີ 18 ກໍລະກົດ ແມ່ນ ປິດຮັບຄຳຮ້ອງ ແລະ ຮອດວັນທີ 28 ກໍລະກົດແມ່ນຈະດຳເນີນ ການສອບເສັງໂດຍມະຫາວິທະຍາໄລ ພວກເຮົາເອງ.
          ທ່ານ ອະທິການບໍດີ ໄດ້ໃຫ້ການຢືນຢັນວ່າ: ເພື່ອຮັບປະກັນໃຫ້ການສອບ ເສັງ ດັ່ງກ່າວມີຄຸນນະພາບ ແລະ ມີຄວາມ ໂປ່ງໃສທາງກະຊວງສາທາລະນະສຸກໄດ້ແຕ່ງ ຕັ້ງຄະ ນະກຳມະການສະເພາະລົງມາສົມທົບກັບມະຫາວິທະຍາໄລແພດສາດເພື່ອເຮັດໜ້າທີ່ກວດກາການຮັບໃບຄຳຮ້ອງ, ອອກຂໍ້ ສອບເສັງ ແລະ ກວດຄະ ແນນສອບເສັງ, ໂດຍຜ່ານລະບົບຄອມພວເຕີໃຫ້ມີ ຄວາມຊັດເຈນ ແລະ ສະກັດກັ້ນສະພາບ ວິງເຕັ້ນຮັບເອົານັກຮຽນເຂົ້າ ຮຽນໃນມະຫາວິທະຍາໄລແຫ່ງນີ້ຢ່າງເດັດຂາດ, ໂດຍທີ່ ທາງມະຫາໄລໄດ້ອອກຂໍ້ຫ້າມສຳລັບຄູອາ ຈານລວມເຖີງຄະນະກຳມະການກວດສອບທຸກຄົນທີ່ຖືກ ແຕ່ງຕັ້ງ, ຖ້ານັກສອບເສັງ ຫຼື ຜູ້ປົກຄອງບໍ່ມີຄວາມໝັ້ນໃນຕໍ່ການ
ໃຫ້ຄະແນນຂອງຄະນະກຳມະການແມ່ນສາມາດເຂົ້າມາ ກວດເບິ່ງຜົນສອບເສັງຂອງຕົນ ໄດ້ ແລະ ຖ້າກໍລະນີພົບເຫັນພຶດຕິກຳ ຂອງຄະນະກຳມະການ ແລະ ຄູອາຈານຮັບສິນບົນຈາກ ປະຊາຊົນສາມາດແຈ້ງຕໍ່ມະຫາ ວິທະຍາໄລໂດຍທັນທີຊຶ່ງທາງ ໂຮງ ຮຽນຈະມີມາດຕະການແກ້ ໄຂທາງດ້ານກົດໝາຍຕໍ່ຜູ້ກະທຳ ຜິດດັ່ງກ່າວ ແລະ ສຳລັບນັກ ຮຽນທີ່ທຸກຍາກຂາດເຂີນ ແລະ ຮຽນເກັ່ງຈະໄດ້ຮັບທຶນການ ສຶກສາ ແລະ ເບ້ຍລ້ຽງຈາກໂຮງ ຮຽນນຳອີກ.
     ທ່ານ ອະທິການບໍດີ ໃຫ້ຮູ້ວ່າ: ໃນແຕ່ລະປີການສອບເສັງ ເຂົ້າຮຽນໃນມະຫາໄລແພດສາດແມ່ນມີຈຳນວນຫຼາຍສະເລ່ຍບໍ່ ຫຼຸດ 8.000 ຄົນທີ່ມາຢື່ນຊື້ຄຳຮ້ອງເຂົ້າສອບເສັງ ແລະ ສະ ເພາະໃນສົກຮຽນນີ້, ທາງໂຮງຮຽນຈະເນັ້ນຄັດເອົານັກຮຽນ ທີ່ມີ ຄຸນນະພາບປະມານ 1 ພັນກວ່າ ຄົນເພື່ອເຂົ້າສຶກສາຮ່ຳຮຽນຕໍ່ໃນໂຮງຮຽນແຫ່ງນີ້. ສຳລັບວິຊາສອບເສັງແມ່ນ ມີ 4 ວິຊາ ຄື: ເລກ, ເຄມີ, ຊີວະສາດ ແລະ ພາ ສາລາວ, ຊຶ່ງສູນສອບເສັງແມ່ນ ມີຢູ່ນະຄແນຫຼວງວຽງຈັນ, ຫຼວງ ພະບາງ, ຊຽງຂວາງ, ສະ ຫວັນນະເຂດ ແລະ ຈຳປາສັກ.

No comments:

Post a Comment