ວັນທີ 19 ມິຖຸນານີ້ ບໍລິສັດແກ້ວໂອໂຕກຣຸບ
ຈຳກັດ ໄດ້ ຈັດພິທີນຳສະເໜີ ລົດ MAZDA 3 ໂສມໃໝ່ຂຶ້ນ ທີ່ບໍລິສັດ ດັ່ງກ່າວ ຢູ່ບ້ານໝອງປາໄນ,
ເມືອງສີ ໂຄດຕະບອງ, ນະຄອນຫຼວງ ວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານ ໂຢອິຊິ ມິຢາ ຈິ, ຜູ້ຕາງໜ້າບໍລິສັດ
mazda ປະຈຳອາ ຊຽນ, ພ້ອມດ້ວຍລູກຄ້າ ແລະມວນຊົນ ເຂົ້າຮ່ວມເປັນຈຳນວນຫຼາຍທ່ານກົງເງິນແກ້ວມະ
ນີວົງ, ຜູ້ຈັດການໃຫຍ່ບໍລິສັດ ແກ້ວໂອ ໂຕກຣຸບກ່າວໃນພິທີວ່າ: ລົດ mazda 3 ເປັນ ລົດທີ່ໄດ້ຮັບ
ຄວາມນິຍົມ ສູງສຸດຂອງຍີ່ ຫໍ້ mazda ແລະ ໃນປີ
2014 ນີ້ ແລະ ໄດ້ຮັບ 2 ລາງວັນລະດັບໂລກມາແລ້ວ ຄືເປັນ 1 ໃນ 3 ຂອງລົດສຸດ ຍອດຂອງໂລກ
( WORLD CAR OF THE YEAR 2014 ) ແລະ ເປັນ
1 ໃນ 3 ຂອງລົດ ອອກແບບລໍ້ໂດດ ເດັ່ນ
ຂອງໂລກ ( WORLD
CAR DESIGN OF THE YEAR 2014 ), ເປັນ ລົດທີ່ໃຊ້ການອອກແບບຂອງ KODO DESIGN ແລະ ນຳ ໃຊ້
SKYACTIV TECHNOLOGY ຢ່າງເຕັມສ່ວນ ແລະ ມີອຸປະ ກອນ, ເຄື່ອງຫຼິ້ນ OPTION ທີ່ ທັນສະ ໃໝ່ເປັນຕົ້ນແມ່ນລະບົບເຊື່ອມຕໍ່ສື່ສານ
MAZDA CON NECT,ຈໍສະແດງຂໍ້ມູນການຂັບຂີ່, DVD 7 ນິ້ວ ແບບສຳຜັດ ແລະ ອື່ນໆອີກຫຼາກຫຼາຍເຊິ່ງຖືວ່າເປັນລົດທີ່ຖືກອອກແບບໃໝ່
ໂດຍສະເພາະແມ່ນຊົກກອັບ, ເກຍ, ລະບົບ ເບກ, ລະບົບ ລູກສູບ ແລະ ໂຕຖັງເຮັດໃຫ້ມີຄວາມແຂງແກ່ນ
ແລະ ງົດງາມ ດ້ວຍລາຄາແມ່ນຢູ່ທີ່ 33.900 ໂດລາສະຫາລັດ.
No comments:
Post a Comment