Ad

Ad

9 July 2014

ເກີດ​ອຸປະຕິ​ເຫດ​ຜູ້​ຂັບ​ຂີ່​ຟົ້ງ​ເຂົ້າກ້ອງ​ລົດ​ບັນທຸກ​ຢຽບ​ເສຍ​ຊີວິດ 1 ຄົນ



     ​ເຈົ້າໜ້າ​ທີ່​ຕຳຫລວດ​ຈະລາ ຈອນ ນະຄອນຫລວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 10:00 ​ໂມງ ຂອງ​ວັນ​ທີ 6 ກໍລະ ກົດ​ນີ້, ​ໄດ້​ເກີດ​ອຸປະຕິ​ເຫດ​ລົດບັນ ທຸກ​ຢຽບ​ຄົນ​ເສຍ​ຊີວິດ 1 ຄົນ ແລະ ​ໄດ້​ຮັບ​ບາດ​ເຈັບ 1 ຄົນ ຢູ່​ເສັ້ນທາງ​ເຂດ​ບ້ານ​ຫົວ​ຂົວ ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ຜູ້​ເສຍ​ຊີວິດ​ຊື່​ທ້າວ ຊາ​ແລ່ງ ອາຍຸ 27 ປີ ອາຊີບ​ຄ້າ ຂາຍ​ຢູ່​ບ້ານ​ຫລັກ 52 ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ. ຜ່ານ​ການ​ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່​ຮູ້​ວ່າ: ອຸປະຕິ​ເຫດ​ຄັ້ງນີ້ ​ແມ່ນ​ຜູ້​ຕາຍ​ໄດ້​ຂັບ​ຂີ່​ລົດຈັກ ​ແລະ ມີ​ຫລານ​ຊາຍ​ຊ້ອນ​ທ້າຍ ພໍ​ມາ​ຮອດ​ຈຸດ​ເກີດ​ເຫດ​ໄດ້​ເລັ່ງລົດ​ເພື່ອ​ຈະ​ແຊງ​ລົດ​ບັນທຸກ​ຄັນ​ໜຶ່ງ​ແຕ່​ບໍ່​ຫວິດ​ພໍດີ​ມີ​ລົດ​ບັນທຸກ​ໝາຍ​ເລກ​ທະບຽນ ບກ 2369 ກຳ​ແພງ​ນະຄອນ ​ຂັບ​ຂີ່​ໂດຍ​ທ້າວ ສົມ​ພຽງ ອາຍຸ 30 ປີ ຢູ່​ບ້ານ​ນາ​ແຮ່ ​​ຕຳ​ລົດຈັກດັ່ງກ່າວ​ຢ່າງ​ແຮງ ​ແລະ ຟົ້ງ​ເຂົ້າກ້ອງ​ລົດ​ບັນທຸກ​ອີກ​ຄັນ​ໜຶ່ງ​ຈະ​ແຊງ ​ແລະ ​ໄດ້​ຢຽບ​​ເອົາ​ຜູ້​ເຄາະ​ຮ້າຍ​ດັ່ງ ກ່າວ​ເສຍ​ຊີວິດ​, ສ່ວນ​ຫລານ​ຜູ້​ຊ້ອນ​ທ້າຍ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

No comments:

Post a Comment