Ad

Ad

9 July 2014

ລາຄາ​ເຂົ້າ​ເລີ່​ມ​ແພງ​ຂຶ້ນ



     ຜູ້​ປະກອບ​ການ​ຊື້-ຂາຍ​ເຂົ້າ ສານ​ຍອມຮັບ​ວ່າ: ລາຄາ​ເຂົ້າ ສານ​ທົ່ວ​ໄປ​ໄດ້ເລີ່ມ​ແພງ​ຂຶ້ນ​ ຖ້າ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ ຜ່ານມາ.
     ແມ່​ຄ້າຂາຍ​ເຂົ້າ​ຢູ່​ຕະຫລາດ​ໜອງ​ຈັນ ​ໃຫ້​ຮູ້​ວ່າ: ລາຄາ​ຂາຍ​ເຂົ້າ​ໃນ​ປີ​ນີ້​ແພງ​ຂຶ້ນ​ໄວ​ກວ່າ​ທຸກ​ປີ​ເນື່ອງ​ຈາກ​ການ​ປູກ​ເຂົ້າຂອງ​ປະ ຊາຊົ​ນ​ໃນ​​ເຂດ​ອ້ອມ​ຂ້າງນະ ຄອນ ຫລວງ​ວຽງ​ຈັນຫລຸດ​ລົງ ຕາມປົກກະຕ​ິ​ແລ້ວ ​ເມື່ອຮອດຕົ້ນ​ລະດູ​ການ​ເຮັດ​ການ​ຜະລິດ​ເຂົ້າ ນາປີ ລະຫວ່າງ​ເດືອນ​ພຶດສະພາ ຫາ​ເດືອນ​ຕຸລາລາຄາ​ເຂົ້າ​ຈະ​ມີ​ການ​ເໜັງ​ຕິງ​ເລັກ​ນ້ອຍ​​​​ສະ​ເລ່ຍ 1.500​ ຫາ 2.000 ກີບ​/ກິໂລ. ຂະນະ​ທີ່​ປີນີ້​ລາຄາ​ເຂົ້າ​​ໄດ້​ປັບ​ຕົວ​ສູງ​ຂຶ້ນ​ໄວ​ກວ່າ​ທຸກ​ປີ, ຊຶ່ງເລີ່ມແຕ່ ຕົ້ນເດືອນເມສາຜ່ານມາ. ເນື່ອງ ຈາກຊາວນາສ່ວນ ໜຶ່ງບໍ່ໄດ້ເຮັດນາແຊງ ​ແລະ ​ໄປ​ປູກ​ພືດສິນຄ້າ​ອື່ນ​, ​ໂດ​ຍສະ​ເພາະ​ແມ່ນ​ຜູ້​ຢູ່​ເຂດ​ອ້ອມ​ຂ້າງ​ນະຄອນຫລວງ​ວຽງ​ຈັນ, ດັ່ງ​ນັ້ນ ປັດ ຈຸບັນ ຈຶ່ງ​ເຮັດ​ໃຫ້​ຮ້າຍ​ຂາຍ​ເຂົ້າ​ຫລາຍ​ແຫ່ງ​ໃນ​ນະຄອນ​ຫລວງ​ວຽງ​ຈັນ ຕ້ອງ​ໄດ້​ຮັບ​ຊື້​ເຂົ້າມາຈາກທ້ອງຖິ່ນອື່ນ, ຈຶ່ງເຮັດໃຫ້ເຂົ້າ​ແພງ​ຂຶ້ນ​ເພາະ​ການ​ຂົນ​ສົ່ງ.

     ສຳລັບລາຄາຂາຍໃນຕົ້ນ ເດືອນມິຖຸນາຜ່ານມາສະເລ່ຍ ເຂົ້າຈ້າວຫອມມະລິ ລາຄາ 10 ພັນກີບຕໍ່ກິໂລ, ເຂົ້າທ່າດອກຄຳ, ເຂົ້າໄກ່ນ້ອຍ ແລະ ເຂົ້າຈ້າວໄຮ່ ລາຄາ 8 ພັນກີບ ຕໍ່ກິໂລ, ເຂົ້າໜຽວ​ບ້ານ​ໂດນ​ ລາຄາ 7-9 ພັນ​ກີບ​ຕໍ່​ກິ​ໂລ. ນອກນັ້ນ, ລາຄາ ຍັງໄດ້ອີງຕາມຄຸນນະພາບຂອງເຂົ້າທີ່ມີ​ຢູ່.
     ທ່ານ ຄຳຝາຍ ພົມມະວິໄຊ ຜູ້ເກັບຊື້ເຂົ້າ ແລະ ໃຫ້ບໍລິການເຄື່ອງກົນຈັກກະສິກຳ​ໃຫ້​ຮູ້​ວ່າ: ປັດຈຸບັນເຂົ້າທີ່ຜະລິດຈາກ ຊາວນານັບມື້ນັບມີລາຄາສູງຂຶ້ນເນື່ອງຈາກການຂາດ ແຄນແຮງງານຊຶ່ງເປັນຜົນກະທົບຕໍ່ການຜະລິດ, ເນື້ອທີ່ນາໄດ້ຖືກຫັນ ປ່ຽນໄປ ເຮັດຢ່າງອື່ນ, ບາງທ້ອງຖິ່ນ ຊາວນາແມ່ນປະລະການເຮັດ ນາຍ້ອນບັນຫາຂາດແຫລ່ງທຶນ, ຂາດການນຳໃຊ້ເຄື່ອງກົນ ຈັກ, ຂາດວິຊາການຈາກພາກລັດໃຫ້ຄຳປຶກສາດ້ານການຜະລິດເຮັດ ໃຫ້ຜົນຜະລິດບໍ່ໄດ້ເຕັມເມັດເຕັມໜ່ວຍ. ນອກນັ້ນ, ຊາວ ນາບາງ​ເຂດທົນຕໍ່ລາຄາເຂົ້າເປືອກຕ່ຳ ບໍ່ໄຫວຈຶ່ງຫັນໄປປະກອບອາຊີບອື່ນແທນ ແລະ ບາງຄົນຍັງຄິດວ່າການເຮັດນາແມ່ນມີ ຄວາມສ່ຽງຈາກໄພທຳມະຊາດສູງ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ຫັນປ່ຽນ​ໄປ​ສູ່​ອາຊີບ​ອື່ນ​ແທນ. ດັ່ງ​ນັ້ນ​ຕໍ່​ສະພາບ​ຄື​ແນວ​ນີ້, ພາກສ່ວນທີ່ກ່ຽວ ຂ້ອງຕ້ອງ​ໄດ້​ຊອກ​ທາງແກ້ໄຂຢ່າງຈິງຈັງ​ຈຶ່ງ​ຈະ​ເຮັດ​ໃຫ້​ປະ​ເທດ​ເຮົາ​ສາມ​າດຄຳ​ປະກັນ​ສະບຽງ​ອາຫານ​ໄດ້.

No comments:

Post a Comment