Ad

Ad

24 July 2014

5 ຫລັກ​ມູນ​ການ​ສຶກສາຈະ​ໃຫ້​ປະ​ໂຫຍ​ດແກ່​ການສຶກສາຮ່ຳ​ຮຽນ



     ການ​ປະຕິບັດ​ 5 ຫລັກ​ມູນ​ການ​ສຶກສາ​ປະກອບ​ມີ: ຄຸນສົມບັດ​ສຶກສາ, ປັນຍາ​ສຶກສາ, ​ແຮງ​ງານ​ສຶກສາ, ພາລະ​ສຶກສາ ​ແລະ ສິລະ​ປະ​ສຶກສາມັນແມ່ນມາດ ຖານ ໜຶ່ງທີ່ຫາບໍ່ໄດ້ໃນຂະແໜງ ສຶກສາເພື່ອນຳໃຊ້​ການ​ຮຽນ​ການ​ສອນນັບທັງໂຮງຮຽນ​ອະນຸບານ ໄປຈົນຮອດມະຫາວິທະຍາໄລ ດັ່ງທ່ານ ນາງ ຈອມ​ຄຳ ​ໄຊຊະ ນະ​ວົງ​ເພັດ ​ອຳ​ນວຍ​ການ​ໂຮງ ຮຽນມັດທະຍົມຕອນຕົ້ນຈອມຄຳ ໃຫ້ຮູ້ວ່າ: ​ໃນ​ປັດຈຸ​ບັນ​ໂຮງຮຽນ​ຂອງ​ຕົນໄດ້​ປະຕິບັດ​ທິດ​ການ​ສຶກ ສາຕາມ 5 ຫລັກ​ມູນ ທີ່​ກະຊວງ​ສຶກສາ​ວາງ​ອອກ ເພື່ອເປັນ​ການ​ຝຶກ​ຝົນ​ຫລໍ່​ຫລອມ​ຫລານ​ນ້ອຍ​ເຍົາວະ​ຊົນລວມເຖິງ ນັກຮຽນ​ຊັ້ນຕ່າງໆໄປຢ່າງກົມກຽວຮ່ວມກັນກັບຜູ້​ປົກຄອງ, ​ໂຮງ ຮຽນ ແລະ ສັງຄົມ ສອນ​ໃຫ້ນັກຮຽນ​ຮູ້ເຄົາລົບ​ນັບຖື​ພໍ່​ແມ່, ປູ່ຍ່າ, ຕາ​ຍາຍ, ປ້າ​ລຸງ, ອາວອາ ແລະ ຮູ້ ຮັກ​ການ​ຮຽນ, ​ການ​ອອກ​ແຮງ​ງານ, ​ກິລາ ​ແລະ ສິນລະປະ ​ເພື່ອ​​ໃຫ້​ເປັນ​ຄົນ​ຮູ້ຜູ້ ດີຢ່າງຮອບດ້ານ, ນັກຮຽນ​​ດີ​ມີ​ລະບຽບວິ​ໄນບອກ ສອນ​ງ່າຍ ​ແມ່ນ​ມາ​ຈາກ​ຄອບ ຄົວ​ທີ່​ມີ​ເວລາ ​ແລະ ​ໃຫ້​ຄວາມ​ຮ່ວມ​ມື​ນຳ​ຄູ-ອາຈານ ແລະ ໂຮງ ຮຽນ. ແຕ່​ຂະນະ​ດຽວ​ກັນຍັງ​ມີ​ຜູ້ປົກຄອງບາງ ຄົນ​ບໍ່​ມີ​ເວລາ​ບອກສອນ​ລູກ​ຫລານ​ຂອງ​ຕົນ, ກໍຈະເຮັດ
​ໃຫ້ນັກຮຽນເຫລົ່ານັ້ນ ເປັນ​ເດັກ​ແຂງ​ກະດ້າງ  ແລະ ບອກສອນຍາກ ແລະ ​ສັງຄົມກໍ​ເປັນ​​ສ່ວນ​ໜຶ່ງ ທີ່​ສຳຄັນ​ໃນ​ການ​ມີ​ສ່ວນ​ຮ່ວມ​ຊ່ວຍ​ເຫລືອ​​ໂຮງ ຮຽນໃນການອົບຮົມບົ່ມສອນ ນັກຮຽນໂດຍສັງ ເກດເຫັນວ່າຖ້າຢູ່ໃນສະພາບແວດລ້ອມຂອງສັງຄົມ ກໍຈະ​ກາຍ​ເປັນ​ເດັກ​ເສ​​ເພ​ຢູ່​ນອກ​ລະບຽບກົດໝາຍ.

     ສະ​ນັ້ນ ເພື່ອ​ເຮັດ​ໃຫ້​ວຽກ​ງານການ​ສຶກສາ​ໃນ​ 5 ຫລັກ​ມູນ​ນີ້ ມີ​ຄຸນ​ນະພາ​ບສູງ​ສຸດ ທັງ 3 ຝ່າຍ ຕ້ອງ​ໄດ້​ພ້ອມ​ກັນ​ອົບ​ຮົມ, ສັ່ງສອນ​ລູກ​ຫລານ​ຂອງ​ພວກ​ເຮົາ​ໃຫ້​ຮຽນ​ຮູ້​ແຕ່​ສິ່ງ​ທີ່​ດີເພື່ອ​ໃຫ້​ເຂົາ​ເຈົ້າກາຍ​ເປັນ​ຜູ້​ສືບທອດ​ປະ​ເທດ​ຊາດ​ທີ່ດີໃນ​ອະນາຄົດ​. ເຖິງ​ຢ່າງ​ໃດ​ກໍ​ດີ ຜ່ານ​ຈາກ​ການຈັດ​ຕັ້ງ​ປະຕິບັດ 5 ຫລັກ​ມູນ​ການ​ສຶກ ສາ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ນັບ​ແຕ່​ສົກຮຽນ​ປີ 2011 ເປັນ​ຕົ້ນ​ມາ. ​ໂຮ​ງຮຽນອະ ນຸບານ, ປະຖົມ ​ແລະ ມັດທະ​ຍົມ​ຕອນ​ຕົ້ນຈອມ​ຄຳ, ​ເຊິ່ງຕັ້ງ​ຢູ່​ບ້ານ​ດອນ​ແດງ, ​ເມ​ືອງຈັນ ທະ​ບູລີ ນະ ຄອນຫລວງ​ວຽງ​ຈັນ ໄດ້​ຮັບ​ໃບ ຢັ້ງຢືນ​ເປັນ​ໂຮງຮຽນ​ແບບຢ່າງ ປອດ​ຢາ​ເສບ​ຕິດ ​ແລະ ​ໂຮງຮຽນ ຂຽວ​ສະ ອາດ ​ແລະ ຄຸນ​ນະພາ​ບ ທາງ​ດ້ານ​ການ​ສິດສອນ ແລະ ຮ່ຳຮຽນສະ​ເພາະສົກຮຽນ​ປີ 2013-2014 ນີ້, ​ຢູ່​ໂຮງຮຽນ​ດັ່ງ ກ່າວມີນັກຮຽນ ສຶກສາຮ່ຳຮຽນຢູ່ 600 ກວ່າ​ຄົນ ໃນ​ນີ້ມີ​ນັກຮຽນ​ເສັງ​ຈົບ​ຊັ້ນ ປ.5,  49 ຄົນ ສອບ​ເສັງ​ໄດ້ 100% ​ແລະ ມັດທະຍົມ​ຕອນ​ຕົ້ນ ມີ 46 ຄົນ, ສອບ​ເສັງ​ໄດ້ 100% ​ເຊັ່ນ​ດຽວ​ກັນ. ພິ​ເສດ​ໃນ​ສົກຮຽນ​ຜ່ານ​ມາ ທາງ​ໂຮງຮຽນ​ຈອມ​ຄຳ ​ໄດ້​ສົ່ງ​ນັກຮຽນ ເຂົ້າ​ສອບ​ເສັງ​ນັກຮຽນ​ເກັ່ງ​ຂັ້ນເມືອງ  ແລະ  ສາມາດ​ຍາດ​ໄດ້​ຄະ​ແນນ​ເກັ່ງ​ຮອບດ້ານ ແລະ ​ໄດ້​ຮັບ​ລາງວັນ​ຊົມ​ເຊີຍ.

No comments:

Post a Comment