Ad

Ad

24 July 2014

ສະພາຮັບຮອງກົດໝາຍກວດສອບອິດສະຫລະ



     ສະພາແຫ່ງຊາດ, ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການກວດສອບອິດສະຫລະດ້ວຍສຽງສ່ວນຫລາຍໃນຕອນບ່າຍວັນທີ 22 ກໍລະກົດຜ່ານມານີ້, ພາຍຫລັງພາກສ່ວນກ່ຽວຂ້ອງໄດ້ປັບປຸງ ເນື້ອໃນບາງຈຸດຕາມຄຳເຫັນ ຂອງສະມາຊິກສະພາ, ເຊິ່ງກົດ ໝາຍດັ່ງກ່າວປະກອບມີ 13 ພາກ, 11 ໝວດ ແລະ 94 ມາດຕາ.
     ລັດຖະມົນຕີຊ່ວຍວ່າການກະ ຊວງການເງິນທ່ານ ບຸນໂຈມ ອຸ ບົນປະເສີດ ໃຫ້ຮູ້ວ່າ: ກົດໝາຍດັ່ງກ່າວຈະເປັນນິຕິກຳສຳ ຄັນໃນການສ້າງຄຸນນະພາບໃໝ່ໃຫ້ແກ່ວຽກງານກວດສອບ ແລະ ຄວາມເຊື່ອຖືດ້ານເອກກະສານ ລາຍງານການເງິນ ແລະ ປະຕິບັດຕາມພັນທະສັນຍາອາຊຽນ ດ້ານການບໍລິການບັນຊີ  ແລະ ພັນທະຕ່າງໆຂອງສາກົນໂດຍ ສະເພາະອົງການການຄ້າ ໂລກລວມເຖິງການປະຕິບັດແຜນງານຫລຸດຜ່ອນຄວາມທຸກຍາກທີ່ທະນາຄານໂລກ ແລະ ລັດຖະ ບານລາວໄດ້ຕົກລົງຮ່ວມ ກັນຮັບຮອງມາດຕະຖານສາກົນດ້ານການກວດສອບ.

No comments:

Post a Comment