Ad

Ad

24 July 2014

ຍີ່ປຸ່ນຢືນຢັນຈະສືບຕໍ່ຊ່ວຍເຫລືອລາວແກ້ໄຂບັນຫາລະເບີດຕົກຄ້າງ



    ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວທ່ານ ຮີໂຣະຢູກິ ຄິຊິ ໂນະ, ໄດ້ກ່າວຢືນ ຢັນໃນພິທີປິດໂຄງການເກັບກູ້ລະເບີດບໍ່ ທັນແຕກຢູ່ແຂວງຈຳປາສັກ ແລະ ແຂວງສາ ລະວັນ ເມື່ອວັນທີ 21 ກໍລະກົດນີ້ວ່າ: ລັດຖະບານຍີປຸ່ນຈະສືບຕໍ່ຊ່ວຍເຫລືອລາວ ຢ່າງຕັ້ງໜ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກໃນຕໍ່ໜ້າເນື່ອງຈາກວ່າບັນຫາ ດັ່ງກ່າວແມ່ນອຸປະສັກຕົ້ນຕໍຂັດຂວາງການພັດ ທະນາເສດຖະກິດ-ສັງຄົມຂອງລາວ, ສະນັ້ນການເລັ່ງເກັບກູ້ລະເບີດບໍ່ທັນແຕກນີ້ຈຶ່ງແມ່ນສິ່ງທີ່ຈຳເປັນທີ່ສຸດເພື່ອຊ່ວຍປັບ ປຸງຊີວີດການເປັນຢູ່ຂອງປະຊາຊົນເພາະວ່າພວກເຂົາຈະໄດ້ມີພື້ນທີ່ການຜະລິດກະສິກຳທີ່ປອດໄພ ແລະ ສ້າງວຽກເຮັດງານ ທຳຢູ່ທ້ອງຖິ່ນ, ເຊິ່ງຫລາຍປີຜ່ານມານີ້, ລັດ ຖະບານຍ່ີປຸ່ນໄດ້ໃຫ້ທຶນຊ່ວຍ ເຫລືອເຂົ້າໃນວຽກງານເກັບກູ້ລະເບີດຢູ່ລາວແລ້ວ
ຫລາຍກວ່າ 38 ລ້ານໂດລາສະຫະລັດ ແລະ ສຳລັບໂຄງການເກັບກູ້ລະເບີດຢູ່ແຂວງຈຳປາສັກ ແລະ ແຂວງ ສາລະວັນທີ່ໄດ້ມີ ພິທີປິດໂຄງການຢ່າງເປັນທາງການແລ້ວນີ້ກໍແມ່ນລັດຖະບານຍີ່ປຸ່ນຊ່ວຍ ເຫລືອໃນມູນຄ່າ 2 ລ້ານກວ່າ ໂດລາສະຫະລັດ, ໄດ້ດຳເນີນມາ ແຕ່ປີ 2011 ເຊິ່ງແມ່ນອົງການ ເຈມັດ (JMAS) ຂອງຍີປຸ່ນຮ່ວມມືກັບເອກະຊົນລາວຈັດຕັ້ງປະຕິບັດໂດຍ ສາມາດເກັບກູ້ລະເບີດອອກຈາກພື້ນທີ່ຫລາຍ 600 ເຮັກຕາ ແລະ ປັດຈຸບັນພື້ນທີ່ດັ່ງກ່າວ ແມ່ນບໍລິສັດລາວຊຶມູລະ (Lao Tsumura) ໄດ້ນຳໃຊ້ປູກພືດເປັນຢາພື້ນເມືອງ ແລະ ພືດກະສິກຳ ອື່ນໆເພື່ອສົ່ງອອກໄປປະເທດຍີ່ປຸ່ນ.

No comments:

Post a Comment