Ad

Ad

24 July 2014

ກູເກິລ ຊ່ວຍສົ່ງເສີມການທ່ອງທ່ຽວໃນລາວ



          ໃນວັນທີ 23 ກໍລະກົດນີ້ ຢູ່ນະຄອນຫລວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສປປ ລາວ ຮ່ວມກັບ Google ໄດ້ນຳສະ ເຫນີ ແຜ່ນທີ່ Google Street view ໃນລາວ, ເຊິ່ງເປັນນະວັດຕະກຳ ທີ່ຈະ ປ່ຽນມຸມ ມອງ ແລະ ປະສົບການໃຫມ່ໃນການເບິ່ງປະເທດ ແລະ ວັດທະນະທຳ ໃຫ້ແກ່ຄົນ ລາວ ແລະ ນັກທ່ອງທ່ຽວຈາກ ທົ່ວໂລກ ໂດຍການເປັນປະທານ ຂອງ ທ່ານ ພູຂົງ ຈິດລູກໂລກ ຫົວ ຫນ້າຫ້ອງການກະຊວງດັ່ງກ່າວ ກ່າວວ່າ : ອິນເຕີເນັດ ແມ່ນເປັນສູນຂໍ້ມູນຂ່າວສານທີ່ມີຄ່າສຳລັບຜູ້ຄົນໃນທົ່ວໂລກທີ່ຢາກມາຢ້ຽມຢາມປະເທດເຮົາ, ພວກເຮົາມີຄວາມດີໃຈທີ່ມີ ການນຳເອົາ ແຜນທີ່ Google  ກັບ ສະຕຣິດວິວ ເຂົ້າມາໃນລາວເພາະມັນຈະ ຊ່ວຍໃຫ້ຜູ້ຄົນສາມາດຄົ້ນພົບປະເທດລາວ ແລະ ວາງແຜນ ເດີນທາງມາປະເທດເຮົາໄດ້ງ່າຍຂຶ້ນ ແລະ ໃນຂະນະດຽວກັນຈະຊ່ວຍໃຫ້ຄົນລາວສາ ມາດສຳຫລວດ ເບິ່ງພື້ນທີ່ຕ່າງໆຂອງປະ ເທດໄດ້ແບບອອນລາຍນຳອີກ.

      Google Maps ແມ່ນອີກ ຫນຶ່ງບໍລິການເດັ່ນຂອງກູເກິລ ທີ່ຈະຊ່ວຍໃຫ້ເຮົາສາມາດເບິ່ງ ແຜນທີ່ໃນຮູບແບບພາບຖ່າຍ ຈາກດາວທຽມ ແລະ ສຳລັບ ປະເທດລາວເພື່ອໃຫ້ການໃຊ້ ງານບໍລິການແຜນທີ່ຕ່າງໆໃນ ປະເທດຈາກ Google Maps ເປັນ ໄປໄດ້ຢ່າງສົມບູນຫລາຍຂຶ້ນ, Google ໄດ້ຮ່ວມກັບກະຊວງໄປ ສະນີ ແລະ ໂທລະຄົມມະນາຄົມ ແລະ ການສື່ສານ ຂອງ ສປປ ລາວ ຖ່າຍຮູບເສັ້ນທາງຕ່າງໆ ແລະ ສະຖານທີ່ສຳຄັນໃນປະ ເທດລາວມາເຮັດເປັນພາບ 360 ອົງສາ ຫລື Street view ລົງເວັບ ໄຊແຜນທີ່ Google Maps ໂດຍ ຖ່າຍພາບແບບເຄື່ອນທີ່ໂດຍຕິດ ຕັ້ງເທິງລົດຍົນຂັບໄປຕາມເສັ້ນ ທາງ ຕ່າງໆຕາມສະຖານທີ່ທ່ອງ ທ່ຽວທົ່ວປະເທດລາວ ໂດຍພາບ ທີ່ໄດ້ຈາກພາບມຸມມອງ Google Street View ນັ້ນເປັນພາບ ຮອບໆ ຫລືມຸມ 360 ອົງສາ,  ມີຄວາມສາມາດປົກປິດໃບຫນ້າ ຂອງຄົນ ແລະ ປ້າຍທະບຽນລົດ ເພື່ອເຮັດໃຫ້ພາບເຫລົ່ານັ້ນ ບໍ່ສາມາດເປັນທີ່ຈົດຈຳໄດ້ພ້ອມຍັງ ເອົາໃຈໃສ່ຕໍ່ກັບການຕອບຮັບຄຳຮ້ອງຂໍໃນການປົດປິດຮູບພາບ ທຸກຢ່າງທີ່ເປັນຜົນກະທົບ ຕໍ່ເຂົານຳອີກ. ເຊິ່ງປັດຈຸບັນບໍລິການ Google Street view ແມ່ນມີໃຫ້ ບໍລິການແລ້ວກວ່າ 56 ປະເທດ ທົ່ວໂລກ. ສຳລັບ ປະເທດລາວ ຈະເລີ່ມຕົ້ນຈາກນະຄອນຫລວງວຽງຈັນເປັນຈຸດທຳອິດ ແລະ ອອກສູ່ບັນດາແຂວງ ຂອງລາວ ເຊິ່ງກິດຈະກຳດັ່ງ ກ່າວນີ້ແມ່ນ ເປັນການລົງທຶນໃນໄລຍະຍາວ ໂດຍມີຈຸດປະສົງໃນການຈັບຮູບພາບໃນທົ່ວປະ ເທດລາວ.  ທ່ານສາມາດເຂົ້າໄປ ເບິ່ງໄດ້ທີ່ maps.google.la. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບສະຕຣິດວິວ ແລະ ວິທີໃຊ້ສຳລັບສັນທະນາການ ຫລື ທາງທຸລະ ກິດສາມາດເຂົ້າໄປເບິ່ງໄດ້ທີ່ www. google.com/streetview.
     ສຳລັບ Google ແມ່ນເວັບໄຊຜູ້ນຳທາງດ້ານເຕັກໂນໂລຊີ ລະດັບໂລກທີ່ເນັ້ນໃສ່ການຍົກລະດັບການເຊື່ອມ ໂຍງລະ ຫວ່າງຜູ້ຄົນກັບຂໍ້ມູນຂ່າວສານ, ນະວັດຕະກຳທາງດ້ານການຄົ້ນຫາຂໍ້ ມູນ ( web search ) ແລະ ການໂຄສະນາ, ເຮັດໃຫ້ Google ກາຍ ເປັນບໍລິສັດທີ່ມີມູນຄ່າສູງສຸດ ທາງດ້ານອິນເຕີເນັດ ແລະ ເປັນ ຊື່ທີ່ທຸກຄົນຮູ້ຈັກຫລາຍທີ່ສຸດໃນໂລກ. Google ເປັນເຄື່ອງຫມາຍທາງການຄ້າຂອງ Google Inc.

No comments:

Post a Comment