Ad

Ad

24 July 2014

ຫ້ອງວ່າການສູນກາງພັກເຊື່ອມຊຶມມະຕິ 8 ສະໄໝທີ IX ຂອງພັກ



   ຫ້ອງວ່າການສູນກາງພັກ, ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະ ນະບໍລິຫານ ງານສູນກາງພັກຄັ້ງທີ 8 ສະໄໝ ທີ IX ໃນວັນທີ 23 ກໍລະກົດນີ້, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ດຣ ບຸນປອນ ບຸດຕະນະວົງ ກຳມະ ການກົມການ ເມືອງສູນກາງພັກເລຂາທິການ ສູນກາງພັກຫົວໜ້າຫ້ອງວ່າການສູນ ກາງພັກເຊິ່ງທ່ານໄດ້ກ່າວ ວ່າ: ກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 8 ສະໄໝທີ IX ໄດ້ດຳເນີນ ແຕ່ວັນທີ 2-13 ມິຖຸນາ 2014 ພາຍ ໃຕ້ການເປັນປະທານ ຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກໂດຍກອງປະ ຊຸມໄດ້ກວດກາການຈັດ ຕັ້ງປະຕິບັດວຽກ ງານຮອບດ້ານໃນໄລຍະ 1 ປີຜ່ານມາ ແລະ ວາງທິດ ທາງໃນປີຕໍ່ໜ້າເປັນຕົ້ນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ ແລະ ເງິນຕາ ໃນ 6 ເດືອນທ້າຍສົກປີ 2013-2014 ແລະ ໄດ້ໃຫ້ທິດຊີ້ນຳຕໍ່ແຜນການວຽກງານ ສົກປີ 2014- 2015, ຊີ້ນຳການກະກຽມເນື້ອ ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ພ້ອມກັນນັ້ນ, ກອງປະ ຊຸມຍັງໄດ້ດຳ ເນີນການສຳ
ຫລວດການນຳພາລວມຂອງສູນກາງ ແລະ ການປະຕິບັດໜ້າທີ່, ຄວາມຮັບຜິດຊອບການເມືອງ ຂອງສະຫາຍກຳມະການ ສູນກາງພັກ, ເຊິ່ງກອງ​ປະຊຸມ​ໄດ້​ໃຫ້​ທິດ​ຊີ້ນຳ​ສຳລັບການຈັດຕັ້ງປະ ຕິບັດ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ 6 ​ເດືອນ​ທ້າຍ​ປີ 2013- 2014 ​ແລະ ທິດ​ທາງ​ວຽກ​ງານ​ໃນສົກ​ປີ 2014-2015 ກໍ​ຄື​ການ ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​ແລະ ແຜນ​ພັດທະນາເສດຖະກິດ-ສັງ ຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VII ​ໃນ​ໄລຍະ​ມ້ວນທ້າຍ​ໃຫ້​ມີ​ຜົນສຳ​ເລັດ ເຊິ່ງ​ອັນ​ລວມຍັງ​ແມ່ນ​ການ​ຮັບ ປະກັນ​ໃຫ້​ປະ​ເທດ​ຊາດມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ; ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະ ບຽບ​ຮຽບຮ້ອຍ, ສືບຕໍ່​ຍູ້​ແຮງ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະ ກິດ​ໃຫ້​ຂະຫຍາຍຕົວ​ໃນ​ຈັງຫວະ​ໝັ້ນທ່ຽງ​ ແລະ ຕໍ່​ເນື່ອງ ​ໄປ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ, ຕິດ​ພັນ​ກັບ​ບັນດາ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ, ສືບ ຕໍ່​ບຸກ​ທະລຸ​ເຂົ້າ​ໃສ່​ການ​ຜະລິດ​ເປັນ​ສິນຄ້າ,​ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນຕິດ​ພັນ​ກັບ​ການຈັດຕັ້ງປະຕິບັດ​ວຽກ​ງານ 3 ສ້າງ ແລະ ອື່ນໆ.
    ຂ່າວໄດ້ໃຫ້ຮູ້ອີກວ່າ: ໃນຕອນບ່າຍວັນດຽວກັນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບການຂຽນແບບ ຟອມແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານເຊັ່ນດຽວກັນ.

No comments:

Post a Comment