Ad

Ad

24 July 2014

ມອບ-ຮັບໜ້າທີ່ເລຂາພັກແຂວງເຈົ້າແຂວງຈໍາປາສັກຜູ້ໃໝ່



   ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກແຂວງເຈົ້າ ແຂວງໆຈໍາປາສັກລະ ຫວ່າງສະຫາຍ ດຣ ສອນໄຊ ສີພັນດອນ ເລ ຂາຄະນະບໍລິຫານງານພັກ ແຂວງເຈົ້າ ແຂວງໆຈໍາປາສັກຜູ້ ເກົ່າທີ່ໄດ້ໄປຮັບໜ້າທີ່ໃໝ່ຢູ່ສູນກາງ ແລະ ສະຫາຍ ດຣ ບຸນ ຖອງ ດີວິໄຊເລຂາຄະນະບໍລິຫານພັກ ແຂວງເຈົ້າແຂວງໆຈໍາປາສັກຜູ້ ໃໝ່ໄດ້ມີຂຶ້ນ ໃນວັນທີ 23 ກໍລະ ກົດນີ້ຢູ່ສໍານັກງານປົກຄອງ ແຂວງຈໍາປາສັກໂດຍການເຂົ້າ ຮ່ວມ ຂອງສະຫາຍ ອາຊາງ ລາວລີ ກໍາມະການກົມການ ເມືອງສູນກາງພັກຮອງນາຍົກ ລັດຖະມົນຕີແຫ່ງ ສປປ ລາວ. ການມອບ-ຮັບໜ້າທີ່ຄັ້ງນີ້ແມ່ນປະຕິບັດຕາມເນື້ອໃນຄໍາສັ່ງຂອງກົມການເມືອງສູນ ກາງພັກ ສະບັບ ເລກທີ 07/ກມສພ, ລົງວັນທີ 3 ກໍລະກົດ 2014 ແລະ ລັດຖະດໍາລັດຂອງປະທານປະເທດສະບັບເລກທີ 146/ປທ, ລົງວັນ ທີ 16 ກໍລະກົດ 2014 ວ່າດ້ວຍການຍົກ ຍ້າຍພະນັກງານການນໍາລະດັບສູງໄປຮັບໜ້າທີ່ໃໝ່.

         ຕອນທ້າຍພິທີ ສະຫາຍ ອາຊາງ ລາວລີ ຍັງໄດ້ໃຫ້ກຽດ ໂອ້ລົມເພື່ອຊີ້ທິດເຍືອງທາງໃນ ການພັດທະນາແຂວງຈໍາປາສັກ ໃຫ້ມີຄວາມເຂັ້ມແຂງ ແລະ ຕໍ່ ເນື່ອງ, ຈາກນັ້ນ ສະຫາຍ ດຣ ບຸນຖອງ ດີວິໄຊ ກໍໄດ້ຂຶ້ນຮັບຄໍາ ໂອວາດຂອງຂັ້ນເທິງພ້ອມທັງ ກ່າວຮັບໜ້າທີ່ເປັນເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງໆ ຈໍາປາສັກຜູ້ໃໝ່.

No comments:

Post a Comment