Ad

Ad

24 July 2014

ບາງມາດຕະການຂອງລັດເພື່ອກະຕຸ້ນການເຕີບໂຕເສດຖະກິດ



    ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວຕໍ່ ກອງປະຊຸມສະ ໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດຊຸດທີ VII ເມື່ອບໍ່ດົນ ນີ້ວ່າ: ໃນສົກປີ 2014-2015 ນີ້, ຕ້ອງສູ້ຊົນໃຫ້ລວມຍອດຜະລິດ ຕະພັນພາຍໃນ (GDP) ເຕີບໂຕບໍ່ ຫລຸດ 7,5 - 8% ເຊິ່ງການກຳນົດ ລະດັບການເຕີບ ໂຕສູງຄື ແນວນີ້ ແມ່ນຄວາມຈຳເປັນໃນການສືບຕໍ່ຈິດໃຈບຸກທະ ລຸຕາມມະຕິ IX ຂອງພັກ ແລະ ຈະສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ໄວຂຶ້ນ. ພ້ອມກັນນີ້, ການ ສ້າງແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານແຫ່ງລັດຕ້ອງເນັ້ນໜັກການບຸກທະລຸທາງດ້ານກົນໄກການຄຸ້ມຄອງເສດ ຖະກິດ ແລະ ການບໍລິຫານລັດໃຫ້ມີຄວາມສັກສິດ, ມີປະສິດທິ ຜົນ, ປອດໃສ ແລະ ສາມາດແກ້ໄຂສະພາບຂາດດຸນງົບ ປະມານ ໃຫ້ຄືນສູ່ປົກກະຕິໂດຍໄວ, ສ່ວນການພັດທະນາຂະແໜງວັດທະນາທຳ-ສັງຄົມ ໂດຍສະເພາະດ້ານການພັດທະນາ
ຊັບພະຍາກອນມະນຸດ, ການສ້າງແຮງງານທີ່ມີທັກສະ ແລະ ຄຸນນະພາບ, ແກ້ໄຂບັນຫາຂາດແຄນ ແຮງງານເພື່ອຮອງຮັບ ການເຂົ້າເປັນປະຊາຄົມເສດຖະກິດອຊຽນ, ການບໍລິການສາທາລະນະສຸກແມ່ນຕ້ອງສູ້ຊົນຈັດຕັ້ງປະຕິບັດເປົ້າໝາຍສະ ຫັດສະວັດດ້ານການພັດທະນາໃຫ້ບັນລຸຄາດໝາຍວາງໄວ້. ນອກຈາກນີ້, ຕ້ອງສູ້ຊົນໃຫ້ປະເທດເຮົາມີສະ ຖຽນລະພາບທາງ ດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ, ເພື່ອສ້າງພື້ນຖານ ແລະ ເງື່ອນໄຂອຳ ນວຍຄວາມສະດວກໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ ຫລຸດລົງເປັນກ້າວໆ, ຄຽງຄູ່ກັນນັ້ນກໍປະຕິບັດນະໂຍ ບາຍຕ່າງປະເທດຢ່າງກວ້າງຂວາງ ແລະ ເຄື່ອນໄຫວດ້ານການທູດຢ່າງ ຕັ້ງໜ້າເພື່ອຮັບ ປະກັນການສ້າງສະພາບແວດລ້ອມພາຍນອກເອື້ອອຳນວຍໃຫ້ແກ່ການພັດທະນາ, ປົກປັກຮັກສາປະເທດຊາດ ແລະ ການ ເຊື່ອມໂຍງກັບສາກົນ.
    ທ່ານນາຍົກ ກ່າວເນັ້ນວ່າ: ເພື່ອໃຫ້ພວກເຮົາບັນລຸເປົ້າໝາຍຄືດັ່ງກ່າວສິ່ງສຳຄັນຕ້ອງຖືເອົາ ນະໂຍບາຍ 3 ສ້າງເປັນຕົ້ນຕໍ ແລະ ຖືເອົາກົດໝາຍເປັນໄມ້ຫລາວັດແທກຄວາມຜິດ, ຄວາມຖືກຂອງການບໍລິຫານປົກຄອງ,ຖືເອົາການແຂ່ງຂັນຮັກຊາດ- ການສ້າງບ້ານພັດທະນາເປັນເປົ້າໝາຍ ແລະ ຖືຜົນງານ ແລະ ໝາກຜົນຕົວຈິງມາເປັນໄມ້ຫລາວັດແທກຄວາມດີຄວາມ ງາມ ຂອງພະນັກງານລັດຖະກອນ.

No comments:

Post a Comment