Ad

Ad

25 July 2014

ເຜີຍແຜ່ການເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ປະຊາຄົມເສດຖະກິດອາຊຽນ



     ໃນວັນທີ 24 ກໍລະກົດນີ້, ທະ ນາຄານແຫ່ງ ສປປ ລາວ ຮ່ວມ ກັບກະຊວງອຸດ ສາຫະກຳ ແລະ ການຄ້າ, ໄດ້ຈັດກອງ ປະຊຸມເຜີຍແຜ່ກ່ຽວກັບການເຂົ້າເປັນ ສະມາ ຊິກອົງການການຄ້າໂລກ (WTO) ແລະ ການກະກຽມເຂົ້າ ເປັນປະຊາຄົມເສດ ຖະ ກິດອາຊຽນ (AEC) ໃນປີ 2015 ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ກັບພະ ນັກງານຂອງຂະແໜງການທະນາຄານ ກ່ຽວກັບໂອ ກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ, ໃນການເຂົ້າເປັນສະ ມາຊິກດັ່ງກ່າວ, ໂດຍການເຂົ້າ ຮ່ວມຂອງທ່ານ ສອນໄຊ ສິດພະ ໄຊ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.
      ທ່ານ ດຣ ລາວຮົວ ເຈີຈິງ ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດກະຊວງອຸດສາ ຫະກຳ ແລະ ການຄ້າ ໄດ້ກ່າວ ວ່າ: ປະຊາຄົມເສດຖະກິດອາ ຊຽນ (AEC) ເປັນເປົ້າໝາຍສຳລັບການເຊື່ອມໂຍງດ້ານເສດຖະກິດຂອງກຸ່ມປະເທດສະມາ ຊິກສະມາຄົມປະຊາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້,ມີລັກສະນະຄ້າຍຄືກັບສະຫະ ພາບເອີຣົບ (EU) ເພື່ອ
ເຮັດໃຫ້ 10 ປະເທດອາຊຽນສາມາດ ເຊື່ອມໂຍງກັນເປັນຕະຫລາດ ດຽວ ແລະ ຖານຜະລິດດຽວ, ພ້ອມນັ້ນ AEC ຍັງເນັ້ນ ໃສ່ການສ້າງຄວາມເຊື່ອມໂຍງລະຫວ່າງອາຊຽນກັບປະຊາຄົມໂລກໂດຍຜ່ານການສ້າງເຂດການຄ້າເສລີ ລະຫວ່າງອາຊຽນກັບ ປະເທດນອກພາກພື້ນອາຊີຕາເວັນອອກສ່ຽງໃຕ້ເພື່ອສາມາດເຂົ້າຮ່ວມ ໃນລະບົບມູນຄ່າຂອງໂລກໂດຍ ຫລຸດ ຫລື ຍົກເລີກ ອຸປະສັກຕໍ່ການຄ້າ ແລະ ການລົງທຶນ. ສ່ວນອົງການການຄ້າໂລກ (WT O) ແມ່ນໜ່ວຍງານການສະໜັບສະໜູນໃຫ້ມີການ ຄ້າເສລີຫລາຍຂຶ້ນລະຫວ່າງສະມາຊິກ, ໃຫ້ສະມາຊິກປະຕິບັດຕາມສັນຍາການຄ້າທີ່ໄດ້ຕົກລົງກັນ ແລະ ເປັນຄົນກາງໃນການ ຕັດສິນຂໍ້ຂັດແຍ່ງດ້ານການຄ້າ, ຄຸ້ມຄອງບັນດາສັນຍາການຄ້າຫລາຍຝ່າຍ, ເປັນເວທີໃນການເຈລະຈາການຄ້າ ແລະ ແກ້ໄຂຂໍ້ ຂັດແຍ່ງດ້ານ ການຄ້າສຳລັບສະມາຊິກ, ຕິດຕາມສະຖານະການການຄ້າລະຫວ່າງປະເທດ ແລະ ທົບທວນນະໂຍບາຍການຄ້າ ຂອງສະມາຊິກເປັນປະຈຳ, ໃຫ້ຄວາມຊ່ວຍເຫລືອແກ່ປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ, ປະສານກັບກອງທຶນ ສາກົນ ແລະ ທະນາຄານໂລກເພື່ອໃຫ້ນະໂຍບາຍເສດຖະກິດສອດຄ່ອງກັນ.
     ໂອກາດດັ່ງກ່າວທ່ານ ສອນໄຊ ສິດພະໄຊ ໄດ້ເນັ້ນໃຫ້ຂະແໜງການທະນາຄານຂອງລາວຕ້ອງມີການວາງແຜນງານ-ແຜນການລະອຽດລວມເຖິງການຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ບຸກຄະລາກອນຂອງຕົນຮັບ ປະກັນຄຸນນະພາບ ຢ່າງແທ້ຈິງ ເຊິ່ງເປັນປັດໄຈສຳຄັນໃນການ ຂັບເຄື່ອນວຽກງານຂະແໜງ ການທະນາຄານຂອງລາວໃຫ້ສາມາດເຊື່ອມໂຍງເຂົ້າ ກັບພາກພື້ນ ແລະ ສາກົນ ຕາມຈຸດປະ ສົງລະດັບຄາດໝາຍທີ່ວາງໄວ້.

No comments:

Post a Comment